leftcenterrightdel
ການໂອ້ລົມສົນທະນາຄາດຄະເນດ້ານເສດຖະກິດຫວຽດນາມໃນ 6 ເດືອນທ້າຍປີ 2018 ແລະ ຜົນກະທົບຈາກຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ. ພາບ: vietnambiz.vn.

ຕາມຂໍ້ມູນຂ່າວສານທີ່ການໂອ້ລົມສົມທະນາແລ້ວ, ໃນໄຕມາດທີ I - 2018, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕ GDP ສູງທີ່ສຸດໃນ 10 ປີມານີ້ແມ່ນ 7,45%. ເຖິງຢ່າງໃດກໍ່ຕາມຮອດໄຕມາດທີ II, ການເຕີບໂຕພັດຢຸດໄວ້ໃນລະດັບ 6,79%. ບັນດານັກຊ່ຽວຊານ ໄດ້ຄາດຄະເນລະດັບເຕີບໂຕ GDP ໃນປີ 2018 ບັນລຸໄດ້ 6,83%, ປະຕິບັດສຳເລັດຄາດໝາຍທີ່ລັດຖະບານໄດ້ວາງອອກແມ່ນ 6,7%. ໃນນັ້ນ, ລະດັບເຕີບໂຕໃນໄຕມາດທີ III ບັນລຸ 6,72% ແລະລະດັບເຕີບໂຕໃນໄຕມາດທີ IV ບັນລຸ 6,56%. ຄາດຄະເນໄພເງິນເຟີ້ສະເລ່ຍໃນປີ 2018 ແມ່ນ 4-4,2%.

ໂດຍ: ທູຮັ່ງ