ຕາມທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລ້ວ, ໂຄງການ IPP ໂດຍ ແຟງລັງ ໜູນຊ່ວຍ, ໄດ້ນໍາເຂົ້າຫວຽດນາມ ດ້ວຍຈິນຕະນາການໃໝ່ກ່ຽວກັບການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊ່ວຍຫວຽດນາມ ຍົກສູງກໍາລັງຄວາມສາມາດຂອງລະບົບປ່ຽນໃໝ່ຫົວຄິດປະດິດສ້າງແຫ່ງຊາດ, ສ້າງຕັ້ງລະບົບຊີວະພາບເລີ່ມທຸລະກິດປອດໃສ, ພັດທະນາບັນດາວິສາຫະກິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງອີງໃສ່ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

leftcenterrightdel
ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກ່າວຄໍາເຫັນ ທີ່ພິທີສະຫຼຸບ. ພາບ: nhandan.com.vn.

ທ່ານລັດຖະມົນຕີ ໃຫ້ຮູ້ຕື່ມອີກວ່າ, ໃນສະພາບການໃໝ່, ໂຄງການ IPP 2 ອີກເທື່ອໜຶ່ງໄດ້ນໍາໜ້າໃນການຊຸກຍູ້ການສ້າງຕັ້ງ ແລະພັດທະນາທ່າອ່ຽງໃໝ່ ແລະກ້າວໜ້າທີ່ສຸດຢູ່ຫວຽດນາມ. ນັ້ນແມ່ນລະບົບຊີວະພາບໃນການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ (E&I Ecosystem) ບ່ອນຫຼໍ່ລ້ຽງຈິດໃຈນັກທຸລະກິດ ແລະເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງເພື່ອພັດທະນາຖັນແຖວວິສາຫະກິດຢ່າງແຮງ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ-ສັງຄົມ.

 

ແປໂດຍ: ເຈິ່ນຮວ່ຽນ