leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ກ່າວຄໍາເຫັນສະເໜີຄໍາແນະນໍາທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ກອງປະຊຸມສຳມະນາຈະເຮັດແຈ້ງບາງບັນຫາກ່ຽວກັບການນໍາພາ, ຊີ້ນໍາອັນສະຫຼາດສ່ອງໃສຂອງກົມການເມືອງ, ສູນກາງພັກ ແລະໂດຍກົງແມ່ນຄະນະພັກການທະຫານສູນກາງ ແລະກອງບັນຊາການໃຫຍ່; ຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງບັນດາອົງການໃນການຊີ້ນໍາບັ້ນຮົບ; ຍົກໃຫ້ເຫັນນໍ້າໃຈຕໍ່ສູ້ອັນພິລະອາດຫານ, ເກັ່ງກ້າສາມາດ ແລະມີຄວາມໄຫວພິກຂອງບັນດາກໍາລັງເຂົ້າຮ່ວມບັ້ນຮົບ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: qdnd.vn.
leftcenterrightdel
ບັນດາການນໍາ, ອະດີດການນໍາກະຊວງປ້ອງກັນປະເທດ ແລກປ່ຽນຄໍາເຫັນກັບບັນດາຜູ້ແທນໃນເວລາພັກຜ່ອນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ກອງປະຊຸມສໍາມະນາໃນຄັ້ງນີ້ກໍ່ຈະເຮັດແຈ້ງກົນອຸບາຍຫຼອກລວງ, ເນື້ອແທ້ກະຫາຍສົງຄາມ, ດື້ດ້ານຂອງຈັກກະພັດອາເມລິກາ ແລະຫຸ່ນໄຊງ່ອນ ໃນການກໍ່ສ້າງແນວກີດກັ້ນເສັ້ນທາງເລກ 9 - ແຄແຊງ ເພື່ອສະກັດກັ້ນການລໍາລຽງຂົນສົ່ງຍຸດທະສາດຈາກແນວຫຼັງພາກເໜືອໃຫ້ແກ່ພາກໃຕ້ຜ່ານເສັ້ນທາງຂົນສົ່ງ ເຈື່ອງເຊີນ - ເສັ້ນທາງໂຮ່ຈິມິນ ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ; ພ້ອມທັງ, ຍົກໃຫ້ເຫັນຂອບຂະໜາດ, ຄວາມໝາຍ ແລະສາເຫດຍາດໄດ້ໄຊຊະນະ ແລະບັນດາບົດຮຽນກ່ຽວກັບການນໍາພາ, ຊີ້ນໍາຍຸດທະສາດ, ການພັດທະນາຂອງສິລະປະຍຸດການທະຫານ, ບັນດາປັດໄຈຕົ້ນຕໍສ້າງເປັນໄຊຊະນະເສັ້ນທາງເລກ 9 - ແຄແຊງ 1968; ຊອກຫາບົດຮຽນ, ປະສົບການ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະປັດຈຸບັນ.

 

ແປໂດຍ: ຮວ່າງເຈື່ອງ