ດ້ວຍຄາດໝາຍແມ່ນພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ສະໜອງໃຫ້ເຄືອຂ່າຍໄຟຟ້າແຫ່ງຊາດບົນພື້ນຖານການຄ້າ, ຮັບປະກັນການພັດທະນາແບບຍືນຍົງ, REDP ໄດ້ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ໃນວຽກງານລົງທຶນກໍ່ສ້າງບັນດາໂຄງການພະລັງງານຜະລິດຄືນໃໝ່; ໜູນຊ່ວຍບັນດາອົງການຄຸ້ມຄອງລັດປັບປຸງກອບນະໂຍບາຍນິຕິກໍາກ່ຽວກັບພະລັງງານຜະລິດຄືນໃໝ່ໃຫ້ສົມບູບແບບ, ສຸມໃສ່ແກ້ໄຂຮົ້ວກີດຂວາງຈໍານວນໜຶ່ງສໍາລັບການລະດົມແຫຼ່ງທຶນການຄ້າໃນການພັດທະນາພະລັງງານຜະລິດຄືນໃໝ່.

leftcenterrightdel
ກອງປະຊຸມກ່ຽວກັບການໜູນຊ່ວຍພະລັງງານຜະລິດຄືນໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມດໍາເນີນໃນຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນວັນແທ່ງ, ຮອງຫົວໜ້າກົມໄຟຟ້າ ແລະພະລັງງານຜະລິດຄືນໃໝ່ ໄດ້ຕີລາຄາສູງການໜູນຊ່ວຍຂອງທະນາຄານໂລກ (WB)  ໃນວິວັດທະນາການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. “ຫວຽດນາມ ແມ່ນພື້ນຖານເສດຖະກິດມີພົນລະເມືອງຫຼາຍ, ດ້ວຍຂອບຂະໜາດເສດຖະກິດໃນປັດຈຸບັນ ແລະລະດັບການເຕີບໂຕດ້ານເສດຖະກິດປະມານ 7%/ປີ, ຄວາມຕ້ອງການດ້ານພະລັງງານເວົ້າລວມ ແລະໄຟຟ້າເວົ້າສະເພາະຂອງຫວຽດນາມ ໃນໄລຍະຈະມາເຖິງແມ່ນຫຼາຍທີ່ສຸດ.

ທ່ານ ຫງວຽນວັນແທ່ງ ໃຫ້ຮູ້ວ່າໂຄງການ REDP ໂດຍ WB ແລະ SECO ອຸປະຖຳມີຄວາມໝາຍສໍາຄັນຕໍ່ປະຊາຄົມ, ການໜູນຊ່ວຍມີລັກສະນະຮອບດ້ານໃຫ້ແກ່ລັດຖະບານຫວຽດນາມ ກ່ຽວກັບນະໂຍບາຍພັດທະນາພະລັງງານຜະລິດຄືນໃໝ່ ແລະດຶງດູດບັນດາແຫຼ່ງກໍາລັງທາງສັງຄົມໃນການເຄື່່ອນໄຫວລົງທຶນພັດທະນາພະລັງງານຢູ່ຫວຽດນາມ.

 

ແປໂດຍ: ທູຈາງ