ໃນຂອບເຂດຂອງເວທີປາໄສຈະດໍາເນີນບັນດາການເຄື່ອນໄຫວພົ້ນເດັ່ນ ຄື: ລາຍການພົບປະການຄ້າທ່ອງທ່ຽວ TPO (TPO Travel Trade) ເປີດກວ້າງສົມທົບກັບງານວາງສະແດງການທ່ອງທ່ຽວສະຫຼາດ; ການໂອ້ລົມສົນທະນາທ່ອງທ່ຽວສະຫຼາດ; ການພົບປະສອງຝ່າຍລະຫວ່າງບັນດານະຄອນສະມາຊິກ TPO; ລາຍການສຳຫຼວດຈຸດນັດພົບຢູ່ນະຄອນ ໂຮ່ຈິມິນ...

leftcenterrightdel
ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນອາຊີ - ປາຊີຟິກ (TPO). ພາບ: baotintuc.vn.

ປະຈຸບັນ, ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນອາຊີ - ປາຊີຟິກ ມີ 86 ນະຄອນສະມາຊິກ ແລະກວ່າ 45 ສະມາຊິກສັງກັດຂະແໜງການທ່ອງທ່ຽວຂອງ 10 ປະເທດ ແລະເຂດແຄວ້ນເຊິ່ງລວມມີ: ສ.ເກົາຫຼີ, ອິນໂດເນເຊຍ, ມາເລເຊຍ, ລັດເຊຍ, ຍີ່ປຸ່ນ, ຟີລິບປິນ, ໄທ,  ຈີນ, ຫວຽດນາມ ແລະໄຕ້ຫວັນ (ຈີນ).

 

ແປໂດຍ: ເກື່ອງດັ້ງ