leftcenterrightdel
ພາບປະກອບຈາກ: baocongthuong.com.vn.

ບົດລາຍງານໃຫ້ຮູ້ວ່າ, ດຸນການຄ້າຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຍ້ອນຜົນທີ່ໝັ້ນຄົງດ້ານການຄ້າ ແລະດຶງດູດແຫຼ່ງທຶນ FDI. GDP ຄາດຄະເນວ່າຈະເພີ່ມຂຶ້ນ 6,8% ໃນປີນີ້ກ່ອນທີ່ຮັກສາລະດັບ 6,6% ໃນປີ 2019 ແລະ6,5%ໃນປີ 2020, ຍ້ອນຄວາມຕ້ອງການໃນໂລກຄາດວ່າຈະຢຸດຕິໄວ້. ທ່ານ Ousmane Dione ຜູ້ອໍານວຍການ WB ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ການປະກາດບົດລາຍງານວ່າ “ການເຕີບໂຕດ້ານເສດຖະກິດທີ່ເຕັມໄປດ້ວຍຄວາມປະທັບໃຈໃນປີ 2017 ແລະໄຕມາດ I-2018 ພວມສ້າງພື້ນຖານຢ່າງໝັ້ນຄົງໜັກແໜ້ນ ເພື່ອໃຫ້ ຫວຽດນາມ ສືບຕໍ່ກ້າວຂຶ້ນ”, ພ້ອມທັງຢືນຢັນວ່າ, WB ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕແບບຍືນຍົງ.

 

ແປໂດຍ: ໄຊນີດາ