ດ້ວຍການຮັບຮູ້ນີ້, ທ່ານ ສຈ. ຫງວຽນແທງລຽມ ໄດ້ກາຍເປັນທ່ານໝໍຄົນທໍາອິດຂອງຫວຽດນາມ ໄດ້ຮັບການເຊີດຊູໃນຂົງເຂດດັ່ງກ່າວໃນ 23 ປີນັບແຕ່ເມື່ອມີລາງວັນ Nikkei ອາຊີ.

leftcenterrightdel
ທ່ານ ສຈ. ຫງວຽນແທງລຽມ ຮັບລາງວັນ Nikkei ອາຊີ ຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. ພາບ: baodatviet.vn.

ລາງວັນ Nikkei ອາຊີ ເຊີດຊູບັນດາຄົນທີ່ມີຜົນງານດີເດັ່ນໃນ 3 ຂົງເຂດແມ່ນເສດຖະກິດ, ວິທະຍາສາດ ແລະວັດທະນະທໍາ. ທ່ານ ສຈ. ຫງວຽນແທງລຽມ ໄດ້ມີບັນດາການປະກອບສ່ວນຢ່າງຍິ່ງໃຫຍ່ ແລະມີຫົວຄິດປະດິດສ້າງໃນການຜ່າຕັດສ່ອງກ້ອງໃຫ້ເດັກນ້ອຍກໍ່ຄືນໍາໃຊ້ບັນດາເຕັກນິກ, ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນວິທີການປິ່ນປົວໃຫ້ເດັກນ້ອຍຢູ່ຫວຽດນາມ. ທ່ານ ສຈ. ຫງວຽນແທງລຽມ ໄດ້ປະດິດ 9 ເຕັກນິກໃໝ່, ພັດທະນາ ແລະໝູນໃຊ້ສໍາເລັດບັນດາເຕັກນິກນີ້ເຂົ້າໃນການຜ່າຕັດສ່ອງກ້ອງໃຫ້ເດັກນ້ອຍ. ທ່ານ ສຈ. ຫງວຽນແທງລຽມ ກໍ່ຕັ້ງໜ້າເຂົ້າຮ່ວມການສອນວິທີຜ່າຕັດສ່ອງກ້ອງໃຫ້ເດັກນ້ອຍຢູ່ພາຍໃນປະເທດ, ກໍ່ຄືຢູ່ຫຼາຍປະເທດໃນໂລກຄື: ມຽນມາ, ອິນເດຍ, ອີຕາລີ ແລະໂຮນລັງ.

 

ແປໂດຍ: ເກື່ອງດັ້ງ