ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດ G7 ເປີດກວ້າງ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນສານກ່ຽວກັບຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືກັບສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຍົກອອກຂໍ້ລິເລີ່ມສ້າງຕັ້ງເວທີປາໄສຮ່ວມມືເປີດກວ້າງລະຫວ່າງບັນດາປະເທດ G7 ແລະບັນດາປະເທດແຄມທະເລກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລເພີ່ມຂຶ້ນສູງ ແລະປົກປັກຮັກສາສິ່ງແວດລ້ອມຊີວະພາບທາງທະເລເພື່ອເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ຖ່າຍທອດເຕັກໂນໂລຢີ ແລະລະດົມບັນດາແຫຼ່ງກໍາລັງໃຫ້ປັບຕົວຢ່າງເໝາະສົມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍບັນດາຫົວໜ້າຄະນະ G7 ແລະ G7 ເປີດກວ້າງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລເພີ່ມຂຶ້ນສູງ, ພ້ອມກັນນັ້ນກໍ່ຖືກຜົນກະທົບຫຍໍ້ທໍ້ຈາກການຂຸດຄົ້ນ ແລະນໍາໃຊ້ແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງແບບບໍ່ຍືນຍົງ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນຄໍາໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປະຕິບັດຫຼຸດຜ່ອນອາຍພິດຕາມຂໍ້ຕົກລົງ COP 21; ສະເໜີບັນດາປະເທດ G7 ແລະສາກົນສືບຕໍ່ໜູນຊ່ວຍ ແລະເພີ່ມທະວີການຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດຕິດຕາມກວດກາ ແລະປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ຕ້ານນໍ້າທະເລເພີ່່ມຂຶ້ນສູງ ແລະນໍ້າທະເລຊຶມເຂົ້ກໍ່ຄື ການຄຸ້ມຄອງ ແລະນໍາໃຊ້ແຫຼ່ງນໍ້າຢູ່ຍ່ານລຸ່ມແມ່ນໍ້າຂອງແບບຍືນຍົງ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າການພັດທະນາດ້ານເສດຖະກິດທະເລຢ່າງແຮງນັ້ນຕ້ອງໄປຄຽງຄູ່ ກັບການປົກປັກຮັກສາສິ່ງແວດລ້ອມ ແລະລະບົບນິເວດທາງທະເລ ແມ່ນການກໍານົດທິດຍຸດທະສາດພັດທະນາຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊົມເຊີຍຂໍ້ລິເລີ່ມຂອງ ການາດາ ກ່ຽວກັບການສະກັດກັ້ນການຖີ້ມຂີ້ເຫຍື້ອຢາງລົງໃສ່ມະຫາສະໝຸດ ແລະຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ການາດາ ແລະສາກົນຜັນຂະຫຍາຍຂໍ້ລິເລີ່ມນີ້.

ທ່ານນາຍົກລັດຖະມົນຕີ  ໄດ້ຍົກອອກຂໍ້ລິເລີ່ມ ເພື່ອໃຫ້ບັນດາປະເທດ G7 ຊຸກຍູ້ການສ້າງຕັ້ງກົນໄກຮ່ວມມືທົ່ວໂລກກ່ຽວກັບການຫຼຸດຜ່ອນສິ່ງເສດເຫຼືອຢາງ ເພື່ອມຸ່ງໄປເຖິງເປົ້າໝາຍບັນດາມະຫາສະໝຸດຂຽວໃສ ແລະສະອາດ, ປາສະຈາກສິ່ງເສດເຫຼືອຢາງ.

 

ແປໂດຍ: ກວຽດເຕີມ