leftcenterrightdel
ພິທີມອບລາງວັນບັນດາການແຂ່ງຂັນ Olympic ວິຊາພາສາລັດເຊຍ, ຄະນິດສາດ, ຟິຊິກ ແລະຄອມພິວເຕີ. ພາບ: ຮວ່າງແອງ.

ທ່ານນາງ Natalia Valerievna Shafinskaia ຜູ້ອໍານວຍການສູນວິທະຍາສາດ ແລະວັດທະນະທໍາ ລັດເຊຍ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ, ຂະບວນ Olympic ໄດ້ດຶງດູດຜູ້ເຂົ້າຮ່ວມແຂ່ງຂັນແມ່ນນັກຮຽນ, ນັກສຶກສາຫວຽດນາມ ກວ່າ 2.500 ຄົນ. ຊົມເຊີຍບັນດາຜູ້ເຂົ້າຮ່ວມແຂ່ງຂັນຍາດໄດ້ຊະນະໃນບັນດາການແຂ່ງຂັນ Olympic ວິຊາພາສາລັດເຊຍ, ຄະນິດສາດ, ຟິຊິກ ແລະຄອມພິວເຕີ, ທ່ານນາງ Natalia ເນັ້ນໜັກວ່າ, ບັນດາຜູ້ເຂົ້າຮ່ວມແຂ່ງຂັນຍາດໄດ້ຊະນະຈະມີໂອກາດໄດ້ສືບຕໍ່ຮໍ່າຮຽນຢູ່ ລັດເຊຍ ຕາມທຶນສຶກສາຂອງລັດຖະບານສະຫະພັນ ລັດເຊຍ ທີ່ສະຫງວນໃຫ້ ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ