ຄະນະປະຕິບັດງານຕີລາຄາວ່າ: ພາຍຫຼັງ  10 ປີແຫ່ງການປະຕິບັດມະຕິເລກທີ 25, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໃນກອງທັບໄດ້ມີການພັດທະນາຢ່າງຮອບດ້ານ, ໝັ້ນຄົງ, ສໍາເລັດບັນດາເປົ້າໝາຍ, ຄາດໝາຍ, ໃນນັ້ນມີບາງເນື້ອໃນລື່ນກາຍຄາດໝາຍທີ່ໄດ້ວາງອອກ.

leftcenterrightdel
ທ່ານ ຫງວຽນແອງຕ໋ວນ, ເລຂາຜູ້ປະຈໍາການສູນກາງຊາວໜຸ່ມກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຮົ່ງແທ້ງ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນແອງຕ໋ວນ, ເລຂາຜູ້ປະຈໍໍາການສູນກາງຊາວໜຸ່ມຕີລາຄາສູງບັນດາໝາກຜົນບັນລຸໄດ້ຜ່ານ 10 ປີແຫ່ງການປະຕິບັດມະຕິເລກທີ 25 ໃນກອງທັບ, ເປັນຕົ້ນແມ່ນການເຜີຍແຜ່, ຄົ້ນຄວ້າ, ສ້າງແຜນການ, ລາຍການເຄື່ອນໄຫວປະຕິບັດມະຕິຢ່າງມີປະສິດທິຜົນ...

ການນໍາສູນກາງຊາວໜຸ່ມສະເໜີໃນໄລຍະຈະມາເຖິງ, ຄະນະພັກ, ຜູ້ບັນຊາການທຸກຂັ້ນໃນກອງທັບເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ, ສືບຕໍ່ມີບັນດາກົນໄກ, ແຜນນະໂຍບາຍຊຸກຍູ້ການປະຕິບັດມະຕິໃຫ້ບັນລຸປະສິດທິຜົນດີກວ່າ; ເອົາໃຈໃສ່ເປັນພິເສດເຖິງການສ້າງແຫຼ່ງພະນັກງານໜຸ່ມໃຫ້ແກ່ຂັ້ນຮາກຖານ. ຊາວໜຸ່ມກອງທັບຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກັບຄະນະຊາວໜຸ່ມແຂວງ, ນະຄອນ ເພື່ອປະຕິບັດບັນດາລາຍການໃຫຍ່ຂອງໄວໜຸ່ມທົ່ວປະເທດແບ່ງປັນ, ແຜ່ຂະຫຍາຍບັນດາວິທີການເຮັດທີ່ດີ, ແບບຢ່າງວຽກດີຄົນເດັ່ນໃນເຂດຊຸມຊົມຢ່າງມີປະສິດທິຜົນກວ່າອີກ...

 

ແປໂດຍ: ເກື່ອງດັ້ງ