ເຫດການນີ້ໄດ້ດໍາເນີນໃນຂອບເຂດງານບຸນຫວຽດນາມ ຄັ້ງທີ 10 ເຊິ່ງຈັດຕັ້ງຢູ່ ໂຕກຽວ, ໃນສະພາບທີ່ຫວຽດນາມ ແລະຍີ່ປຸ່ນ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (9-1973 / 9-2018). 

leftcenterrightdel
ສວນໝາກມ່ວງຂອງທ່ານ ເຈິ່ນວັນເທີ ຢູ່ຕາແສງ ໂລກຮຶງ, ເມືອງ ໂລກນິງ, ແຂວງ ບິ່ງເຟືອກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຕ້າດຶກມິງ ທູດການຄ້າ, ຫົວໜ້າອົງການການຄ້າສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໃຫ້ຮູ້ວ່າ, ສິນຄ້າຜະລິດຕະພັນກະເສດປະເພດຕ່າງໆ ຄື: ໝາກໄມ້, ກາເຟ ແມ່ນບັນດາສິນຄ້າຕົ້ນຕໍໄດ້ຮັບການແນະນໍາ, ໂຄສະນາຢູ່ຍີ່ປຸ່ນ ໃນໄລຍະຈະມາເຖິງ. ຕາມທ່ານ ຕ້າດຶກມິງ ແລ້ວ, ໝາກໄມ້ຫວຽດນາມ ສົ່ງອອກໄປຍັງຕະຫຼາດ ຍີ່ປຸ່ນ ລ້ວນແຕ່ຕອບສະໜອງບັນດາຂໍ້ກໍານົດກ່ຽວກັບສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານຂອງປະເທດປະຈໍາຖິ່ນ ແລະໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຍີ່ປຸ່ນ. ທ່ານ ຕ້າດຶກມິງ ກໍ່ໃຫ້ຂໍ້ສັງເກດວ່າ, ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມໄປຍັງຕະຫຼາດຍີ່ປຸ່ນ ແມ່ນເງື່ອນໄຂ, ທັງແມ່ນກາລະໂອກາດເພື່ອໃຫ້ຜະລິດຕະພັນກະເສດຂອງຫວຽດນາມ ສົ່ງອອກໄປຍັງຕະຫຼາດຕ່າງປະເທດອື່ນ..

ແປໂດຍ: ຮວ່າງເຈື່ອງ