ປະຕິບັດຕາມຄໍາສັ່ງເລກທີ 05 ຂອງກົມການເມືອງ, ສູນກາງຊາວໜຸ່ມໄດ້ຜັນຂະຫຍາຍ ແລະປຸກລະດົມການດໍາເນີນຊີວິດການເມືອງຢ່າງເລິກເຊິ່ງໃນຄະນະຊາວໜຸ່ມ ແລະໄວໜຸ່ມທົ່ວປະເທດ. ໃນສອງປີຜ່ານມາ, ອົງການຈັດຕັ້ງຄະນະຊາວໜຸ່ມໄດ້ມີບັນດາວິທີການເຮັດວຽກທີ່ດີ, ມີແນວຄວາມຄິດປະດິດສ້າງ, ທ່ວງທັນກັບທ່າອ່ຽງພັດທະນະທັນສະໄໝ ແລະສອດຄ່ອງກັບສະພາບຕົວຈິງ, ສ້າງການຫັນປ່ຽນຢ່າງຈະແຈ້ງໃນການຮັບຮູ້, ຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງ ລຸງໂຮ່ ຂອງຊາວໜຸ່ມ.

leftcenterrightdel
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການ ຍ້ອງຍໍບັນດາຊາວໜຸ່ມດີເດັ່ນກ້າວໜ້າໃນການປະຕິບັດຕາມຄໍາສັ່ງສອນຂອງ ລຸງໂຮ່. ພາບ: qdnd.vn.

ໃນໄລຍະຈະມາເຖິງ, ບັນດາຄະນະຊາວໜຸ່ມໃນທົ່ວປະເທດຈະສືບຕໍ່ຢຶດໝັ້ນ, ປະດິດສ້າງໃນການຜັນຂະຫຍາຍບັນດາລາຍການ, ຂະບວນການ, ບັ້ນຂົນຂວາຍປຸກລະດົມ; ຍູ້ແຮງການຮໍ່າຮຽນ ແລະເຮັດວຽກຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈິມິນ; ໝູນໃຊ້ທ່າແຮງຂອງບັນດາເຄື່ອງມື, ພາຫະນະສື່ສານທີ່ທັນສະໄໝ ເພື່ອໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງຍົກສູງຄວາມຮັບຮູ້ຂອງພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ຽວກັບບັນດາເນື້ອໃນພື້ນຖານກວ່າອີກ ແລະຄຸນຄ່າອັນໃຫຍ່ຫຼວງຂອງແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານ ໂຮ່ຈິມິນ; ຜັນຂະຫຍາຍບັ້ນປຸກລະດົມ “ສ້າງຄຸນຄ່າແບບຢ່າງຊາວໜຸ່ມຫວຽດນາມ ໃນສະໄໝໃໝ່”...

leftcenterrightdel
ການນໍາ ພັກ, ລັດ ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ແທນຊາວໜຸ່ມທີ່ກ້າວໜ້າ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານ ຫວໍວັນເຖືອງ ຮັບຮູ້, ຍ້ອງຍໍບັນດາຜົນງານ ເຊິ່ງໄວໜຸ່ມທົ່ວປະເທດບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງສະເໜີອົງການຈັດຕັ້ງຊາວໜຸ່ມທຸກຂັ້ນສືບຕໍ່ຊີ້ນໍາ, ນໍາພາ, ຈັດຕັ້ງປະຕິບັດການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈິມິນ ຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ.

ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ພ້ອມກັບການປະຕິບັດວຽກງານກໍ່ສ້າງ, ພົບເຫັນ, ຍ້ອງຍໍ, ໂຄສະນາບັນດາແບບຢ່າງດີເດັ່ນກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນ, ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນຄວນເອົາໃຈໃສ່ກວ່າອີກເຖິງການເບິ່ງແຍງດູແລ, ບໍາລຸງສ້າງ, ເສີມຂະຫຍາຍແບບຢ່າງທີ່ດີເດັ່ນກ້າວໜ້າ...

ທີ່ພິທີ, ຄະນະຈັດຕັ້ງໄດ້ຍ້ອງຍໍຊາວໜຸ່ມທີ່ເປັນແບບຢ່າງດີເດັ່ນປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່ ເຊິ່ງມີຜົນງານດີເລີດຫຼາຍຢ່າງຈໍານວນ 20 ຄົນ.

 

ແປໂດຍ: ເກື່ອງດັ້ງ