ດ້ວຍໂຄງການສ້າງກົດບັນຍັດກໍາມະບານຢູ່ເຂດອຸດສາຫະກໍາ ດົ່ງວັນ II, ແຂວງຮ່ານາມ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການກົດບັນຍັດກໍາມະບານ ເປັນເຈົ້າຂອງລົງທຶນ. ໂຄງການມີບັນດາລາຍການ ຄື: ກຸ່ມເຮືອນ 5 ຊັ້ນ; ເຮືອນ 3 ຊັ້ນ, ໂຮງຮຽນອະນຸບານ; ບ່ອນຈອດລົດ ແລະບັນດາກິດຈະກໍາໂຄງລ່າງດ້ານເຕັກນິກອື່ນ. ໂຄງການມີຍອດຈໍານວນເງິນລົງທຶນກວ່າ 559 ຕື້ດົ່ງ ເຊິ່ງຈະປະຕິບັດສໍາເລັດໃນປີ 2020. ເມື່ອກໍ່ສ້າງສໍາເລັດແລ້ວ, ໂຄງການຈະສ້າງບ່ອນຢູ່ໃຫ້ແກ່ກໍາມະກອນ, ຜູ້ອອກແຮງງານຢູ່ເຂດອຸດສາຫະກໍາປະມານ 4.000 - 4.500 ຄົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມເຂດອຸດສາຫະກໍາ ດົ່ງວັນ II, ແຂວງ ຮ່ານາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຢ້ຽມຢາມຖາມຂ່າວ, ຜູ້ອອກແຮງງານຢູ່ກິດຈະກໍາ ແລະໂອ້ລົມກັບພະນັກງານ, ຄະນະຄຸ້ມຄອງໂຄງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຄະນະຄຸ້ມຄອງໂຄງການກົດບັນຍັດກໍາມະບານ, ສະຫະພັນໃຫຍ່ແຮງງານຫວຽດນາມ ແລະຄະນະກໍາມະການປະຊາຊົນແຂວງຮ່ານາມ, ກໍາມະບານທຸກຂັ້ນໃນແຂວງ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ປະຕິບັດສໍາເລັດໂຄງການເພື່ອຜູ້ອອກແຮງງານໂດຍໄວ.

ວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະພົບປະກັບກໍາມະກອນ, ຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກໍາເຂດທົ່ງພຽງແມ່ນໍ້າຮົ່ງ. ຫົວຂໍ້ຂອງການພົບປະແມ່ນ “ສະມັດຕະພາບສູງກວ່າ, ສະຫວັດດີການດີກວ່າ”.

 

ແປໂດຍ: ທູຈາງ