ຕາມບົດລາຍງານໂດຍທ່ານ ປອ ຫວູວຽດຫງວ້ານ, ຫົວໜ້າໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ແນະນຳແລ້ວ, ປັດໄຈສ້າງກໍາລັງໜູນເຕີບໂຕໃນໄລຍະຜ່ານມາແມ່ນຍ້ອນວິວັດທະນາການປະຕິຮູບໄດ້ຮັບການດໍາເນີນຢ່າງຄົບຊຸດດ້ວຍບັນດາມາດຕະການທີ່ຂ້ຽວຂາດ, ລະອຽດ, ຊີ້ນໍາຕິດພັນກັບການຕິດຕາມກວດກາຢ່າງແໜ້ນແຟ້ນໄດ້ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຢ່າງຕັ້ງໜ້າ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ໜ່ວຍທີ່ປຶກສາໄດ້ຄາດຄະເນວ່າແງ່ຫວັງດ້ານເສດຖະກິດ ຫວຽດນາມ ໄລຍະ 2018-2020 ດ້ວຍ 3 ແຜນການຕົ້ນຕໍ, ທີ 1 ແມ່ນລະດັບເຕີບໂຕ GDP ສະເລ່ຍບັນລຸໄດ້ 6,71%/ປີ, ທີ 2 ແມ່ນ 6,83%/ປີ ແລະທີ 3 ແມ່ນ 7,47%/ປີ. ໜ່ວຍທີ່ປຶກສາສະເໜີຄາດໝາຍເຕີບໂຕດ້ານເສດຖະກິດສະເລ່ຍໃນໄລຍະ 2018-2020 ຢູ່ໃນລະດັບ 6,85%.

ໜ່ວຍທີ່ປຶກສາສະເໜີ ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງອຸດສາຫະກໍາ ແລະການຄ້າ ແລະທະນາຄານແຫ່ງລັດຄົ້ນຄວ້າ, ສ້າງແຜນຮັບມືກັບບັນດາໄພພິບັດ. ໜ່ວຍທີ່ປຶກສາຖືວ່ານະໂຍບາຍເສດຖະກິດປີ 2018 ແລະຊຸມປີຕໍ່ໄປຄວນສືບຕໍ່ບຸລິມະສິດຄາດໝາຍໜູນຊ່ວຍວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງຄວາມສາມາດແກ່ງແຍ້ງ, ຊຸກຍູ້ການຜະລິດດໍາເນີນທຸລະກິດ; ພ້ອມທັງສະເໜີບໍ່ທັນເພີ່ມອາກອນສໍາລັບວິສາຫະກິດ.

ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຖືວ່າ, ຍັງບໍ່ທັນພໍໃຈຕໍ່ຜົນງານເບື້ອງຕົ້ນໃນໄລຍະຜ່ານມາ, ໃນສະພາບການໂລກມີການຜັນແປຫຼາຍຢ່າງ ແລະເສດຖະກິດພາຍໃນປະເທດມີຫຼາຍສິ່ງທີ່ຍັງຄົງຂ້າງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ນີ້ແມ່ນສິ່ງທີ່ກໍ່ຄວາມວິຕົກກັງວົນຫຼາຍ, ຕ້ອງມີມາດຕະການເພື່ອຮັບມື.

ເຫັນດີເປັນເອກະສັນຕໍ່ບັນດາຄໍາເຫັນທີ່ຖືວ່າຕ້ອງພັດທະນາສູງກວ່າອີກແຕ່ຕ້ອງຍືນຍົງ, ເປັນຕົ້ນແມ່ນຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ທ່ານນາຍົກລັດຖະມົນຕີ ຖືວ່າ, ຄວນສືບຕໍ່ປ່ອຍກໍາລັງຜະລິດຜ່ານລະບອບນະໂຍບາຍ, ພິເສດແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ. ຄວາມສາມາດໃນການຜະລິດພາຍໃນໄດ້ເພີ່ມຂຶ້ນ, ບັນຫາທີ່ວາງອອກແມ່ນຕ້ອງຊອກຕະຫຼາດໃໝ່, ຈັດຕັ້ງການຜະລິດພາຍໃນປະເທດ. ຕ້ອງປ່ຽນທິດເຕີບໂຕຕາມທິດເຕີບໂຕຂຽວ, ມີຄຸນນະພາບ.

 

ແປໂດຍ: ເກື່ອງດັ້ງ