ປຶ້ມປົກຂາວທີ່ໄດ້ປະກາດໃນຄັ້ງທີ 10 ນີ້ແມ່ນເຕົ້າໂຮມບັນດາທັດສະນະ ແລະວິໄສທັດຂອງບັນດາບໍລິສັດສະມາຊິກ EUROCHAM ເຊິ່ງປັດຈຸບັນກໍາລັງເຄື່ອນໄຫວຢູ່ຫຼາຍຂົງເຂດທີ່ແຕກຕ່າງກັນ; ສ່ອງແສງຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດເອີລົບ ໃນການໜູນຊ່ວຍລັດຖະບານ ຫວຽດນາມ ກໍ່ສ້າງຂອບນິຕິກໍາ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກຢູ່ ຫວຽດນາມ ເພື່ອຜົນປະໂຫຍດຂອງວິສາຫະກິດ, ນັກລົງທຶນທັງໝົດ ແລະສັງຄົມ.

ຕາມນັ້ນແລ້ວ, ປຶ້ມປົກຂາວ 2018 ສືບຕໍ່ຢືນຢັນຫວຽດນາມ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ສະພາບແວດລ້ອມແຫ່ງການລົງທຶນໄດ້ດີພ້ອມກັບການປ່ຽນແປງໃໝ່, ປະຕິຮູບດ້ານການບໍລິຫານ, ນະໂຍບາຍດຶງດູດການລົງທຶນພ້ອມກັບບັນດາຂອບ, ລະບົບນິຕິກໍາສືບຕໍ່ໄດ້ຮັບການປັບປຸງເພື່ອສ້າງສະພາບແວດລ້ອມແຫ່ງການພັດທະນາໃຫ້ວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດ. ໃນ 10 ປີຜ່ານມາ, ປະຊາຄົມວິສາຫະກິດເອີລົບ ຢູ່ ຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະເພີ່ມຂຶ້ນທັງຂອບຂະໜາດການລົງທຶນ ແລະຈໍານວນວິສາຫະກິດ.

leftcenterrightdel
ການນໍາ EUROCHAM ກ່າວຄໍາເຫັນສະເໜີຕົວປຶ້ມປົກຂາວ 2018. ພາບ: ບາວມິນ.

ຄຽງຂ້າງນັ້ນ, ເຫດການຍັງປຶກສາຫາລືຫຼາຍເນື້ອໃນຊຸກຍູ້ການພັດທະນາ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການພັດທະນາຕາມກົນໄກພິເສດສະເພາະຂອງນະຄອນ ໂຮ່ຈິມິນ ແລະການພັດທະນາຮ່ວມຂອງບັນດາແຂວງ, ນະຄອນທາງພາກໃຕ້ໃນສະພາບສັນຍາການຄ້າເສລີລະຫວ່າງສະຫະພາບ ເອີລົບ ແລະຫວຽດນາມ (EVFTA) ຄາດຄະເນວ່າຈະມີຜົນສັກສິດໃນປີ 2018.

leftcenterrightdel
ບັນຍາກາດທີ່ພິທີ EUROCHAM ສະເໜີຕົວປຶ້ມປົກຂາວ 2018. ພາບ: ບາວມິນ.

ທ່ານ Nicolas Audier, ປະທານຮ່ວມ EUROCHAM ໄດ້ລາຍງານທັດສະນະລວມຂອງ EUROCHAM ວ່າ: ການເຄື່ອນໄຫວຫຼັກແຫຼ່ງຂອງ EUROCHAM ແມ່ນໜູນຊ່ວຍຫວຽດນາມ ຍົກສູງຖານະບົດບາດການແກ່ງແຍ້ງ, ສ້າງຂອບນິຕິກໍາສ້າງເງື່ອນໄຂສະດວກໃຫ້ການຄ້າ ແລະການລົງທຶນ ເພື່ອປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢູ່ພາຍໃນປະເທດ. ທ່ານກໍ່ໃຫ້ຮູ້ວ່າບັນດາຄວາມມານະພະຍາຍາມຂອງ EUROCHAM ບໍ່ພຽງແຕ່ນຳເອົາຜົນປະໂຫຍດມາໃຫ້ຫວຽດນາມ ຕາມທິດຕ້ອນຮັບວິສາຫະກິດເອີລົບ ເທົ່ານັ້ນ, ຫາກຍັງໜູນຊ່ວຍ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໃນພາກພື້ນ ແລະໂລກອີກດ້ວຍ.

 

ແປໂດຍ: ເກື່ອງດັ້ງ