ປື້ມຂາວ (ພິມຈໍາໜ່າຍຄັ້ງທີ 10) ເຕົ້າໂຮມບັນດາທັດສະນະ ແລະແງ່ມູມຂອງບັນດາບໍລິສັດສະມາຊິກຂອງ EuroCham ເຊິ່ງປັດຈຸບັນພວມເຄື່ອນໄຫວໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ປື້ມຂາວ 2018 ຂອງ EuroCham ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ມີທ່າໄດ້ປຽບແກ່ງແຍ້ງຫຼາຍຢ່າງເພື່ອກາຍເປັນປະເທດທີ່ດຶງດູດການລົງທຶນທີ່ຈັບອົກຈັບໃຈທີ່ສຸດໃຫ້ບັນດາວິສາຫະກິດເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ປື້ມຂາວ 2018 ຂອງ EuroCham. ພາບ: vov.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ແມ່ນປະເທດທີ່ເປີດອົກເປີດໃຈ, ມີຫຼາຍກາລະໂອກາດລົງທຶນ ແລະຫວຽດນາມ ຍາມໃດກໍ່ຕ້ອນຮັບບັນດານັກລົງທຶນ. ພ້ອມກັນນັ້ນ, ທ່ານ ເວືອງດິ່ງເຫ້ວ ກໍ່ສະເໜີ EuroCham ຕັ້ງໜ້າເຂົ້າຮ່ວມໃນວິວັດທະນາການອະນຸມັດຜ່ານສັນຍາການຄ້າເສລີ ຫວຽດນາມ- ອີຢູ (EVFTA) ເພື່ອປະກອບສ່ວນປະຕິບັດສັນຍາໃນໄລຍະໄວທີ່ສຸດ.

 

ແປໂດຍ: ທູຈາງ