ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ກະຊວງຖະແຫຼງຂ່າວ ແລະສື່ສານ,  ສະຖານີໂທລະພາບຫວຽດນາມ ໄດ້ສົມທົບກັນຈັດຕັ້ງເຫດການທີ່ມີຄວາມໝາຍນີ້. ຕີລາຄາສູງບັນດາໝູ່ຄະນະ, ສ່ວນບຸກຄົນໃນທົ່ວປະເທດທີ່ໄດ້ຕັ້ງໜ້າຕອບສະໜອງການຂາຍປະມູນ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມອບຈຳນວນເງິນ 20 ຕື້ດົ່ງທີ່ເກັບມາໄດ້ຜ່ານການຂາຍປະມູນໝາກບານ ແລະເສື້ອຂອງທີມຊາດ U23 ຫວຽດນາມ ໃຫ້ຜູ້ຕາງໜ້າ 20 ເມືອງທຸກຍາກ. ພາບ: ທູເຮືອງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງການນຳ 20 ເມືອງທຸກຍາກນຳໃຊ້ຈຳນວນເງິນນີ້ເພື່ອກໍ່ສ້າງເຮືອນ 500 ຫຼັງ (ແຕ່ລະຫຼັງມີມູນຄ່າ 40 ລ້ານດົ່ງ) ໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ, ຜູ້ທຸກຍາກທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ, ຖືກເປົ້າໝາຍ, ສະແດງໃຫ້ເຫັນຈຸດປະສົງມະນຸດສະທຳອັນດີງາມຂອງການຂາຍປະມູນນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ບັນດາແຂວງ, ນະຄອນສັງກັດສູນກາງສືບຕໍ່ປຸກລະດົມທົ່ວສັງຄົມໃນການປະຕິບັດບັນດານະໂຍບາຍສໍາລັບບັນດາເປົ້າໝາຍຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ທຸກຍາກ-ປັດຈຸບັນກວມເອົາ 7% ຂອງຈຳນວນພົນລະເມືອງ ໃຫ້ເປັນຢ່າງດີ.

leftcenterrightdel

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖ່າຍຮູບທີ່ລະນຶກພ້ອມກັບການນໍາບັນດາ ກະຊວງ ແລະຫົວໜ່ວຍຂາຍປະມູນສຳເລັດຜົນ. ພາບ: ທູເຮືອງ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຕີລາຄາສູງທີມຊາດ U23 ຫວຽດນາມ ພາຍໃຕ້ການນໍາພາຂອງຄູຝຶກ Park Hang Seo ໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ບັນລຸໄດ້ຜົນງານດີເດັ່ນ, ນໍາມາເຊິ່ງຄວາມສະຫງ່າອົງອາດໃຫ້ແກ່ປະເທດຊາດ.

 

ແປໂດຍ: ເຈິ່ນຮວ່ຽນ