ເຫດການມີການເປັນສັກຂີພິຍານຂອງກະຊວງປ້ອງກັນປະເທດ, ກະຊວງໄປສະນີໂທລະຄົມມະນາຄົມ ມຽນມາ ແລະບັນດາກະຊວງ, ຂະແໜງການອື່ນໆ. ທີ່ພິທີ, ບັນດາເຈົ້າໜ້າທີ່ໄດ້ເປັນສັກຂີພິຍານການໂທຄັ້ງທໍາອິດຂອງເຄືອຂ່າຍ Mytel ເຖິງການນໍາກະຊວງ, ຂະແໜງການຢູ່ ມຽນມາ ແລະຫວຽດນາມ. ການໂທເຫຼົ່ານັ້ນລ້ວນແຕ່ນໍາໃຊ້ຮູບການ (video call) ໃນ 4G LTE ດ້ວຍຄຸນນະພາບເປັນປົກກະຕິ, ຄວາມໄວສູງ.

leftcenterrightdel
ການໂທທໍາອິດ ຢູ່ມຽນມາ ຂອງ Viettel ມີການເປັນສັກຂີພິຍານຂອງການນໍາກະຊວງ, ຄະນະ, ຂະແໜງການຂອງສອງປະເທດ. ພາບ: ລີງຟອງ

ການໂທທໍາອິດໄດ້ເປັນຂີດໝາຍສໍາຄັນໃຫ້ໂຄງການຮ່ວມທຸລະກິດ, ປະກາດເຄືອຂ່າຍໄດ້ກຽມພ້ອມຢ່າງເປັນທາງການ. ໃນປີ 2017,  Mytel ໄດ້ມານະພະຍາຍາມກໍ່ສ້າງສໍາເລັດເຄືອຂ່າຍໃນທົ່ວປະເທດໃນໄລຍະສັ້ນສຸດ. ດ້ວຍເປົ້າໝາຍໂຄງການລວມມີສະຖານີສ່ົງສັນຍານ 7.000 ແຫ່ງ ແລະສາຍກາບໃຍແສງຍາວ 30.000 ກິໂລແມັດ, Mytel ມຸ່ງໄປເຖິງບໍລິສັດໂທລະຄົມມະນາຄົມເບີ 1, ປົກຄຸມເຖິງ 90% ຂອບເຂດທົ່ວປະເທດ. ປະຈຸບັນ, ນີ້ແມ່ນເຄືອຂ່າຍທີ່ມີສາຍກາບໃຍແສງໃຫຍ່ທີ່ສຸດທົ່ວປະເທດ, ພ້ອມທັງຮັບປະກັນເຊື່ອມຕໍ່ເປັນປົກກະຕິກັບສາກົນດ້ວຍ 5 ສາຍກາບໃຍແສງໜ້າດິນ ແລະສາຍກາບໃຍແສງທະເລ. ເຄືອຂ່າຍ Mytel ໄດ້ຮັບການກໍ່ສ້າງດ້ວຍເຕັກໂນໂລຢີກ້າວໜ້າທີ່ສຸດ.

leftcenterrightdel
ຄາດຄະເນວ່າ Mytel ຈະຜັນຂະຫຍາຍສະຖານີສົ່ງສັນຍານ 7.000 ແຫ່ງຢູ່ມຽນມາ. ພາບ: ລີງຟອງ
leftcenterrightdel
ເຄືອຂ່າຍ Mytel ໄດ້ຮັບການກໍ່ສ້າງດ້ວຍເຕັກໂນໂລຢີກ້າວໜ້າທີ່ສຸດ. ພາບ: ລີງຟອງ

ໃນໄຕມາດທີ 1 ປີ 2018, Mytel ຈະສະໜອງບໍລິການໂທລະຄົມມະນາຄົມຢ່າງກວ້າງຂວາງໃນທົ່ວປະເທດຢ່າງເປັນທາງການ, ລວມມີໂທລະສັບມືຖື, ໂທລະສັບຕັ້ງໂຕະ... ກໍ່ຄືບັນດາວິທີການເຕັກໂນໂລຢີຂໍ້ມູນຂ່າວສານອື່ນ. ໃນເຫດການ, Mytel ກໍ່ໄດ້ແນະນໍາສະແດງວິທີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ວິສາຫະກິດ, ການສຶກສາສາທາລະນະສຸກ, ບັນດາມາດຕະການແກ້ໄຂລັດຖະບານເອເລັກໂຕນິກເຖິງບັນດາການນໍາກະຊວງ, ຂະແໜງຂອງມຽນມາ.

 

ແປໂດຍ: ເຈິ່ນຮວ່ຽນ