ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະພັນ ດົນຕ໋ວນຟອງ ໃຫ້ຮູ້ວ່າ, ໃນປີ 2017, ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງສະຫະພັນສືບຕໍ່ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ບັນລຸໄດ້ຄວາມໝາຍດ້ານການເມືອງສູງ. ຄຽງຂ້າງເລື່ອງຮັກສາ ແລະພັດທະນາບັນດາສາຍພົວພັນທີ່ເປັນມູນເຊື້ອກ່ອນນີ້, ວຽກງານພົວພັນຕ່າງປະເທດປະຊາຊົນໄດ້ ແລະກໍາລັງປ່ຽນແປງໃໝ່ຈາກການເມືອງມາເປັນຊຸກຍູ້ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະບາງຂົງເຂດອື່ນ... ທີ່ຈຳເປັນໃຫ້ພາລະກິດສ້າງສາ ແລະພັດທະນາປະເທດຊາດ. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຂົນຂວາຍ, ຕໍ່ສູ້ຫາງສຽງໃນບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ຊົນຊາດ, ສາສະໜາ, ບັນຫາທາດພິດສີສົ້ມ, ອະທິປະໄຕທະເລ, ໝູ່ເກາະຢ່າງມີປະສິດທິຜົນ.. ວຽກງານຂົນຂວາຍການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ດົນຕ໋ວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະພັນ . ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຫັນດີເປັນເອກະສັນ, ໃນໄລຍະຈະມາເຖິງ, ສະຫະພັນຄວນເອົາໃຈໃສ່ປັບປຸງ, ເປີດກວ້າງ, ຂະຫຍາຍເຄືອຂ່າຍເພື່ອນມິດ ແລະຄູ່ຮ່ວມມືສາກົນຕາມລວງເລິກ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍທີ່ສໍາຄັນ; ເພີ່ມທະວີ ແລະຍົກສູງປະສິດທິຜົນວຽກງານທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ເປັນເສນາທິການ, ສື່ສານກັບຕ່າງປະເທດ.

 

ແປໂດຍ: ເກື່ອງດັ້ງ