ທີ່ກອງປະຊຸມ, ບັນດາການປະກອບຄໍາເຫັນລ້ວນແຕ່ເຫັນດີເປັນເອກະພາບໂດຍຖືວ່າ, ວຽກງານພົວພັນຕ່າງປະເທດຂອງພັກ ແລະລັດໄດ້ຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ມີການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາເສົາຄໍ້າການພົວພັນຕ່າງປະເທດປະຊາຊົນທັງໝົດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮັບໃຊ້ການພັດທະນາ ແລະຍົກສູງຖານະບົດບາດຂອງປະເທດ. ປີ 2017 ໄດ້ຕີລາຄາວ່າແມ່ນໜຶ່ງໃນຊຸມປີປະສົບຜົນສໍາເລັດກ່ຽວກັບການພົວພັນຕ່າງປະເທດທີ່ສຸດ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນຊີ້ນໍາສະຫຼຸບທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມີງ ຢັ້ງຢືນວ່າ, ບັນດາຜົນງານການພົວພັນຕ່າງປະເທດອັນໃຫຍ່ຫຼວງທີ່ບັນລຸໄດ້ໃນປີ 2017 ແມ່ນຍ້ອນມີ ການຊີ້ນໍາ ແລະນໍາພາຢ່າງໃກ້ຊິດຕິດແທດຂອງການນໍາພັກ ແລະລັດ, ມີການສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນເປັນຈິດໜຶ່ງໃຈດຽວກັນລະຫວ່າງກໍາລັງປະຕິບັດວຽກງານການພົວພັນຕ່າງປະເທດ ແລະການປະກອບສ່ວນສໍາຄັນຂອງທົ່ວລະບົບການເມືອງ. ຜົນສໍາເລັດຂອງປີ 2017 ໄດ້ສ້າງບົດຮຽນອັນລໍ້າຄ່າຫຼາຍຢ່າງໃຫ້ແກ່ວຽກງານການພົວພັນຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ກ້າວເຂົ້າສູ່ປີ 2018, ສະພາບການໂລກ ແລະພາກພື້ນໄດ້ຄາດຄະເນວ່າຈະສືບຕໍ່ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນທ່ວງທ່າຜົນສໍາເລັດຂອງປີ 2017, ວຽກງານການພົວພັນຕ່າງປະເທດຄວນສືບຕໍ່ໃກ້ຊິດຕິດແທດກັບບັນດາໜ້າທີ່ການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພ້ອມກັນນັ້ນກໍ່ຄວນຍົກສູງຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ ເພື່ອແນໃສ່ຍົກສູງປະສິດທິຜົນບັນດາການເຄື່ອນໄຫວຂອງການພົວພັນຕ່າງປະເທດກວ່າອີກ.

 

ແປໂດຍ: ຫງວຽນກຸກ