ເປົ້າໝາຍໄລຍະຍາວຂອງລາຍການແມ່ນປະກອບສ່ວນໜູນຊ່ວຍລັດຖະບານຫວຽດນາມ ແກ້ໄຂບັນດາບັນຫາບຸລິມະສິດຂອງລະບົບສາທາລະນະສຸກຢ່າງມີປະສິດທິຜົນ ແລະປະຕິບັດສໍາເລັດຍຸດທະສາດປົກປັກຮັກສາ, ສົ່ງເສີມ ແລະຍົກສູງສຸຂະພາບໃຫ້ແກ່ປະຊາຊົນໄລຍະ 2016-2020, ວິໄສທັດເຖິງປີ 2030 ແລະແຜນຮ່າງ “ກໍ່ສ້າງ ແລະພັດທະນາຕາໜ່າງສາທາລະນະສຸກຮາກຖານໃນສະພາບການໃໝ່ໄລຍະ 2016-2025”.

leftcenterrightdel
ຄົນເຈັບລໍຖ້າເພື່ອກວດພະຍາດ. ພາບ: sggp.org.vn

ລາຍການກໍ່ເພື່ອແນໃສ່ເປົ້າໝາຍເພີ່ມທະວີລະບົບກົດໝາຍ ແລະຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ການຢາ ແລະບັນດາຜະລິດຕະພັນກໍ່ຄືການສະໜອງບໍລິການສາທາລະນະສຸກເພື່ອແນໃສ່ບັນລຸໄດ້ເປົ້າໝາຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ຄອບຄົວຜູູ້ຊົມໃຊ້ໃນຍອດຈຳນວນຄ່າໃຊ້ຈ່າຍສາທາລະນະສຸກລົງ, ເພີ່ມອັດຕາສຸກສາລາຂັ້ນຕາແສງທີ່ມີທ່ານໝໍຮັບໃຊ້. ເພີ່ມທະວີກໍາລັງຄວາມສາມາດແກ່ນສານປະຕິບັດກົດລະບຽບສາທາລະນະສຸກ (IHR), ກຽມພ້ອມຮັບມືກັບກໍລະນີສາທາລະນະສຸກສາທາລະນະສຸກເສີນ ແລະຍົກສູງປະສິດທິຜົນນໍາໃຊ້ການຊ່ວຍເຫຼືອລ້າຂອງ WHO ໃຫ້ຫວຽດນາມ, ປະກອບສ່ວນຍົກສູງສຸຂະພາບຂອງປະຊາຊົນຫວຽດນາມ.

ຄຽງຂ້າງນັ້ນ, ລາຍການເພື່ອແນໃສ່ຫຼຸດຜ່ອນໄພອັນຕະລາຍຕິດເຊື້ອພະຍາດ ແລະບໍ່ຕິດເຊື້ອພະຍາດ, ລວມມີ HIV/AIDS ແລະອັກເສບຕັບ, ປອດແຫ້ງ, ໄຂ້ຍຸງ ແລະບັນດາພະຍາດໂດຍແວກເຕີກໍ່ຂຶ້ນອື່ນ, ບັນດາພະຍາດສາມາດປ້ອງກັນດ້ວຍວັກແຊງກໍ່ຄືບັນດາພະຍາດບໍ່ຕິດພະຍາດ.

ອົງການຮັບຜິດຊອບຂອງລາຍການແມ່ນກະຊວງສາທາລະນະສຸກ. ໄລຍະປະຕິບັດລາຍການແມ່ນແຕ່ປີ 2018-2019. ທຶນຊ່ວຍເຫຼືອລ້າ ODA ແມ່ນກວ່າ 21,1 ລ້ານໂດລາສະຫະລັດ, ໃນນັ້ນ, ທຶນທີ່ມີຢູ່ແລ້ວແມ່ນກວ່າ 11,9 ລ້ານໂດລາສະຫະລັດ, ທຶນຈະຂົນຂວາຍແມ່ນກວ່າ 9,1 ລ້ານໂດລາສາຫະລັດ. ທຶນສົມທົບດ້ວຍເງິນສົດແມ່ນ 6,5 ຕື້ດົ່ງ.

 

ແປໂດຍ: ກວຽດເຕິມ