ໂຄງການໂດຍກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກະຊວງສາທາລະນະສຸກ, ສູນກາງສະພາກາແດງຫວຽດນາມ, ສູນກາງສະມາຄົມແພດໝໍໜຸ່ມຫວຽດນາມ ສົມທົບກັນຜັນຂະຫຍາຍປະຕິບັດ.

leftcenterrightdel
ຜູ້ຕາງໜ້າບັນດາກົມກອງຮັບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: ຮົ່ງແທກ.

ໂຄງການສົມທົບກັນກວດ, ປິ່ນປົວພະຍາດມະນຸດສະທຳ ແລະເບິ່ງແຍງດູແລສຸຂະພາບປະຊາຄົມໄລຍະ 2014-2017 ໄດ້ຜັນຂະຫຍາຍດ້ວຍຂອບຂະໜາດເລິກເຊິ່ງ, ກວ້າງຂວາງໃນທົ່ວປະເທດ, ດ້ວຍເນື້ອໃນເຄື່ອນໄຫວຫຼາຍຢ່າງ, ໄດ້ຮັບຄວາມເອົາໃຈໃສ່ ແລະການສະໜັບສະໜູນຂອງສັງຄົມ; ລະດົມກໍາລັງແພດໝໍ, ພະນັກງານ, ສາມະຊິກສະມາຄົມ, ນັກອາສາສະໝັກຂອງບັນດາກໍາລັງເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ໂຄງການໄດ້ຈັດຕັ້ງກວ່າ 13.400 ບັ້ນກວດ, ປິ່ນປົວພະຍາດ, ແຈກຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 6 ລ້ານເທື່ອຄົນ, ດ້ວຍຍອດມູນຄ່າກວ່າ 1.272 ຕື້ດົ່ງ, ຮັບປະກັນຖືກຕ້ອງຕາມເປົ້າໝາຍ, ຖືກຕ້ອງຕາມຂໍ້ກໍານົດດ້ານວິຊາສະເພາະ, ມີຄວາມປອດໄພ, ປະຕິບັດບັນດາເປົ້າໝາຍ, ຄວາມຕ້ອງການທີ່ໄດ້ວາງອອກຢ່າງມີໄຊ. ຜ່ານໂຄງການໄດ້ເສີມຂະຫຍາຍທ່າແຮງຂອງບັນດາກົມກອງສົມທົບກັນ, ຖອດຖອນບົດຮຽນໃນວຽກງານຊີ້ນໍາ, ນໍາພາ, ສົມທົບກັນປະຕິບàຂອງບັນດາກໍາລັງເຂົ້າຮ່ວມ, ສ້າງຄວາມເຊື່ອໝັ້ນ ແລະປະຖົມປັດໄຈທີ່ດີໃຫ້ແກ່ການຜັນຂະຫຍາຍປະຕິບັດໂຄງການໃນໄລຍະຈະມາເຖິງ.

ໝາກຜົນຂອງໂຄງການສົມທົບກັນໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ປະຊາຊົນບັນດາທ້ອງຖິ່ນ, ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດແຜນນະໂຍບາຍຫັນວຽກງານເບິ່ງແຍງດູແລສຸຂະພາບປະຊາຊົນ ແລະວຽກງານຮັບປະກັນຊີວິດສັງຄົມຂອງພັກ ແລະລັດເປັນສັງຄົມ, ນໍາມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ຄົນທຸກຍາກ ແລະເປົ້າໝາຍນະໂຍບາຍສັງຄົມຫຼາຍລ້ານຄົນໃນທົ່ວປະເທດ.

 

ແປໂດຍ: ຈາງຫງວຽນ