ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງເລື່ອງຍົກສູງຄຸນນະພາບຖັນແຖວຊັບພະຍາກອນ, ໝູນໃຊ້ ແລະນໍາເຕັກໂນໂລຢີ-ຂໍ້ມູນຂ່າວສານເປັນເຄື່ອງມືໜູນຊ່ວຍຢ່າງຮອບດ້ານໃນການເຄື່ອນໄຫວຂອງວິສາຫະກິດແມ່ນປັດໄຈສໍາຄັນສ້າງເປັນ Viettel Post ມີການບໍລິການ “ປົກຄຸມ” ຢ່າງກວ້າງຂວາງໃນທົ່ວປະເທດ ແລະມີຄວາມໄວລາຍຮັບເພີ່ມຂຶ້ນສູງ.

leftcenterrightdel
     ລູກຄ້າດໍາເນີນທຸລະກໍາຢູ່ຮ້ານ Viettel Post ຖະໜົນ ເຈີ່ນຢຸຍຮືງ, ຮ່າໂນ້ຍ. ພາບ: ວັນຟອງ

ພາຍຫຼັງ 20 ປີແຫ່ງວັນສ້າງຕັ້ງ ແລະພັດທະນາບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel - Viettel Post ເຂົ້າໃຈວ່າ, ລູກຄ້າແມ່ນບັນດາຜູ້ຕັດສິນການເຕີບໃຫຍ່ຂອງໄປສະນີ Viettel ໃນປະຈຸບັນ. ປີ 2017, ເຄືອຂ່າຍຂອງ Viettel Post ນັບມື້ນັບໄດ້ຮັບການເປີດກວ້າງທັງຢູ່ພາຍໃນ ແລະຕ່າງປະເທດຢ່າງບໍ່ຢຸດຢັ້ງ. ດ້ວຍໂຮງໄປສະນີກວ່າ 1000 ແຫ່ງ, ຈຸດທຳການທຸລະກໍາເກືອບ 5000 ແຫ່ງ...

leftcenterrightdel
Viettel Post ປະຕິບັດຫັນການເຄື່ອນໄຫວຮັບ-ສົ່ງສິນຄ້າເປັນ mobile 100%. ພາບ: ວັນຟອງ

ເຊິ່ງແມ່ນວິສາຫະກິດສັງກັດກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel, Viettel Post ແມ່ນໜຶ່ງໃນຈໍານວນໜ້ອຍບັນດາວິສາຫະກິດຮັບ-ສົ່ງສິນຄ້າຢູ່ຫວຽດນາມ ພ້ອມແລ້ວທີ່ຈະໃຊ້ຈ່າຍແຫຼ່ງງົບປະມານໃຫຍ່ ເພື່ອລົງທຶນໃຫ້ເຕັກໂນໂລຢີ-ຂໍ້ມູນຂ່າວສານ. ໃນປະຈຸບັນ, ກົມກອງປະຕິບັດຫັນການເຄື່ອນໄຫວການຮັບ-ສົ່ງສິນຄ້າເປັນ mobile 100%, ລູກຄ້າສາມາດສ້າງລາຍການສິນຄ້າ, ຊອກຫາໂຮງໄປສະນີ... ຂອງ Viettel Post ໄດ້ຢ່າງງ່າຍດາຍຜ່ານລະບົບໃນ app mobile ໃນທີ່ຢູ່ແອບ My Viettelpost ໃນລະບົບບໍລິຫານ IOS ແລະ VTPOST ໃນລະບົບບໍລິຫານ Androi.

ສືບຕໍ່, ເວັບໄຊ viettelpost.vn, ເຊິ່ງແມ່ນເວັບໄຊສະຫງວນຕ່າງຫາກໃຫ້ແກ່ລູກຄ້າຂອງໄປສະນີ Viettel ໄດ້ຮັບການສ້າງຕັ້ງ, ໄດ້ຮັບການຍົກລະດັບພາລະບົດບາດຢ່າງຕໍ່ເນື່ອງ. ປີ 2017 ກໍ່ແມ່ນປີໄປສະນີ Viettel ສຸມໃສ່ພັດທະນາ Logistics ມີເຄື່ອງໝາຍການຄ້າ Viettel. ນັບແຕ່ເມື່ອເຂົ້າສູ່ຕະຫຼາດ Logistics, ໄປສະນີ Viettel ໄດ້ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫຼາຍວິສາຫະກິດຜະລິດຢູ່ຫວຽດນາມ, ບັນດາບໍລິສັດນໍາເຂົ້າ-ສົ່ງອອກ,...

leftcenterrightdel
Viettel Post ກາຍເປັນວິສາຫະກິດແຖວໜ້າໃນຂົງເຂດຮັບ-ສົ່ງສິນຄ້າຢູ່ຫວຽດນາມ. ພາບ: ວັນຟອງ

ວັນທີ 1 ມັງກອນ 2017, ສູນບໍລິການລູກຄ້າໄດ້ຮັບການສ້າງຕັ້ງດ້ວຍເປົ້າໝາຍຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ລູກຄ້າ, ຊ້ຳບໍ່ໜຳອາດຈະເຮັດກົງກັນຂ້າມກັບຜົນປະໂຫຍດຂອງ Viettel Post. ນັບແຕ່ເມື່ອສ້າງຕັ້ງສູນ, ໄປສະນີ Viettel ໄດ້ມີກາລະໂອກາດຫຼາຍຢ່າງເພື່ອແລກປ່ຽນ, ແບ່ງປັນ ແລະເຂົ້າອົກເຂົ້າໃຈລູກຄ້າຖືກຕາມທິດສະດີປັດຊະຍາ Customer Centric – ຖືລູກຄ້າເປັນໃຈກາງ.

ເຊິ່ງແມ່ນວິສາຫະກິດຮັບ-ສົ່ງສິນຄ້າກອງທັບ, ພາລະກຳຂອງ Viettel Post ບໍ່ພຽງແຕ່ພັດທະນາການດໍາເນີນທຸລະກິດເທົ່ານັ້ນ,  ຫາກຍັງສ້າງສິ່ງທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຄົມອີກດ້ວຍ.

ພາຍຫຼັງ 20 ປີ, ມາຮອດປະຈຸບັນ Viettel Post ໄດ້ສ້າງຕັ້ງບັນດາສູນເຊື່ອມຕໍ່ໃຫຍ່ຢູ່ບັນດາຕະຫຼາດຈຸດສຸມ, ຮັບປະກັນຄໍາໝັ້ນສັນຍາກ່ຽວກັບເວລາຮັບ-ສົ່ງສິນຄ້າໃຫ້ແກ່ລູກຄ້າ. ດ້ວຍທ່າແຮງກ່ຽວກັບເຄືອຂ່າຍຮັບ-ສົ່ງສິນຄ້າຢ່າງກວ້າງຂວາງ, ເພີ່ມກໍາລັງຄວາມສາມາດຂົນສົ່ງຢ່າງບໍ່ຢຸດຢັ້ງ, Viettel Post ໄດ້ປະຕິບັດສໍາເລັດບັນດາການຄ້າຂາຍ, ນໍາມາເຊິ່ງລາຍຮັບ ແລະກໍາໄລສູງໃຫ້ແກ່ບັນດາວິສາຫະກິດການຄ້າເອເລັກໂຕນິກ.

 

ແປໂດຍ: ຫງວຽນກຸກ