ຕອນບ່າຍວັນທີ 17 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ກໍາມາທິການວັດທະນະທໍາ, ການສຶກສາ, ຊາວໜຸ່ມເຍົາວະຊົນ ແລະອະນຸຊົນຂອງສະພາແຫ່ງຊາດ ຈັດຕັ້ງການພົບປະສັງສັນກັບສະມາຊິກສະພາແຫ່ງຊາດແມ່ນຄູອາຈານ, ອະດີດຄູອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ ຄົບຮອບ 35 ປີ (20-11-1982 / 20-11-2017)   ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດໄດ້, ພວມປະຕິບັດງານໃນຂະແໜງສຶກສາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງ ຊາດ ມອບດອກໄມ້ໃຫ້ສະມາຊິກສະພາແຫ່ງຊາດທີ່ເປັນຄູອາຈານທີ່ການພົບປະສັງສັນ.  ພາບ: TTXVN

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ການສຶກສາ ແລະບຳລຸງສ້າງແມ່ນຕັດສິນການຄົງຕົວ, ການພັດທະນາຂອງປະເທດຊາດ. ໃນນັ້ນ, ຜູ້ເປັນຄູອາຈານມີບົດບາດສໍາຄັນທີ່ສຸດ. ພິເສດ, ໃນພາລະກິດຫັນເປັນອຸດສາຫະກໍາ ແລະທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ການສຶກສານັບມື້ນັບສວມບົດບາດສໍາຄັນກວ່າ. ໃນຂະນະນັ້ນ, ຫວຽດນາມ ຍັງຂາດບັນດາມະຫາວິທະຍາໄລທີ່ມີຊື່ສຽງ, ຄວນປ່ຽນແປງໃໝ່ການສຶກສາທັງຢູ່ໃນລະດັບການສຶກສາສາມັນ ແລະການສຶກສາມະຫາວິທະຍາໄລ. ຖ້າປ່ຽນແປງໃໝ່ການສຶກສາ - ບຳລຸງສ້າງ ແຕ່ບໍ່ເປັນລະບົບນັ້ນກໍ່ຈະບໍ່ປະສົບຜົນສຳເລັດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປາດຖະໜາວ່າ, ກໍາມາທິການວັດທະນະທໍາ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະອະນຸຊົນຂອງສະພາແຫ່ງຊາດ, ກະຊວງສຶກສາ ແລະກໍ່ສ້າງ ຕ້ອງແມ່ນບັນດາອົງການສະເໜີ, ເປັນເສນາທິການ, ຕິດຕາມກວດກາບັນດາບັນຫາໃຫຍ່ໃຫ້ແກ່ພັກ, ລັດຖະບານ ແລະສະພາແຫ່ງຊາດ, ພິເສດແມ່ນໃນວຽກງານກໍ່ສ້າງຖັນແຖວຄູອາຈານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນບັນດາຄູອາຈານຈົ່ງມີສຸຂະພາບເຂັ້ມແຂງ, ເຕັມໄປດ້ວຍມານະຈິດ ແລະຕັດສິນໃຈເພື່ອປະຕິບັດພາລະກິດປ່ຽນແປງໃໝ່ການສຶກສາ, ປະກອບສ່ວນກໍ່ສ້າງ, ພັດທະນາປະເທດຊາດ.

 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ  ຂອບໃຈທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະຫງວນເວລາພົບປະສັງສັນກັບບັນດາສະມາຊິກສະພາແຫ່ງຊາດແມ່ນຄູອາຈານ, ອະດີດຄູອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ. ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກເປັນພິເສດວ່າ, ໝົດທຸກຄົນມີການເຕີບໃຫຍ່ຄືໃນປະຈຸບັນລ້ວນແຕ່ຍ້ອນບຸນຄຸນການສຶກສາ, ການສິດສອນຂອງບັນດາຄູອາຈານ. ສະນັ້ນ, ເລື່ອງເປັນຮູ້ບຸນຄຸນຄູອາຈານແມ່ນຕະຫຼອດຊີວິດ.

 ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາວ່າ, ບັນດາອົງການທີ່ມີສິດອໍານາດ ແລະທົ່ວສັງຄົມມີບັນດາການເຄື່ອນໄຫວເຊີດຊູ, ຮູ້ບຸນຄຸນ ແລະເບິ່ງແຍງດູແລເຖິງຖັນແຖວຄູອາຈານໃຫ້ຖືກຕ້ອງຕາມແນວທາງ, ນະໂຍບາຍຂອງພັກ ແລະລັດເປັນຢ່າງດີ ແລະແທດຈິງກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ