ທີ່ການເຈລະຈາ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານຄຸ້ມຄອງຊາຍແດນທາງບົກຫວຽດນາມ - ຈີນ ຕາມເອກະສານນິຕິກໍາກ່ຽວກັບຊາຍແດນ 3 ສະບັບ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຊຸກຍູ້ການຮ່ວມມື, ພັດທະນາເສດຖະກິດ-ສັງຄົມຢູ່ເຂດຊາຍແດນ; ສ້າງເງື່ອນໄຂໃຫ້ແກ່ການພັດທະນາເຂດຊາຍແດນ; ຜັນຂະຫຍາຍສັນຍາການກ່ຽວກັບການຮ່ວມມືປົກປັກຮັກສາ ແລະຂຸດຄົ້ນຊັບພະຍາກອນການທ່ອງທ່ຽວຕາດບ້ານຢົກ ຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການເຈລະຈາຂັ້ນລັດຖະບານກ່ຽວກັບເສັ້ນຊາຍແດນຫວຽດນາມ-ຈີນ ແລະການພົບປະລະຫວ່າງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ຈີນ. ພາບ: biengioilanhtho.gov.vn.

ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍຢືນຢັນວ່າຈະເຄົາລົບຄວາມຮັບຮູ້ລວມລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນໍາການແກ້ໄຂບັນຫາຢູ່ທະເລ ຫວຽດນາມ - ຈີນ” ຢ່າງເຂັ້ມງວດ, ເຫັນດີຊຸກຍູ້ການແກ້ໄຂບັນຫາຢູ່ທະເລໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຊຸກຍູ້ການຮ່ວມມືໃຫ້ເໝາະສົມ, ພ້ອມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ.

ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເສັ້ນຊາຍແດນ ແລະການຮ່ວມມືພ້ອມກັນພັດທະນາຂອງບັນດາກຸ່ມປະຕິບັດງານກ່ຽວກັບບັນດາບັນຫາຢູ່ທະເລ. ຕາມເປົ້າໝາຍນີ້, ສອງຝ່າຍເຫັນດີເສີມຂະຫຍາຍກົນໄກເຈລະຈາຂັ້ນລັດຖະບານຜ່ານບັນດາກອງປະຊຸມປະຈໍາປີ, ເພີ່ມທະວີການພົບປະລະຫວ່າງສອງຫົວໜ້າຄະນະເຈລະຈາ ກໍ່ຄືເສີມຂະຫຍາຍບັນດາກົນໄກເຈລະຈາຂອງບັນດາກຸ່ມປະຕິບັດງານກ່ຽວກັບບັນດາບັນຫາຢູ່ທະເລ.

ພ້ອມກັນນັ້ນ, ສອງຝ່າຍເຫັນດີສືບຕໍ່ພ້ອມກັບບັນດາປະເທດອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ ແລະມີປະສິດທິຜົນ, ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນໂດຍໄວ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ໂດຍ: ໄຊຊະນະ