ທີ່ການເຮັດວຽກ, ທ່ານພັນເອກພິເສດ ຮວິ່ງວິງຕ໊ວຽນ, ຮອງຜູ້ບັນຊາການທະຫານເຮືອເຂດ 2 ໄດ້ຊົມເຊີຍບັນດາຜົນງານ ເຊິ່ງພະນັກງານ, ນັກຮົບຮ້ານເວນຍາມ DK1/10 ບັນລຸໄດ້ໃນໄລຍະຜ່ານມາ; ອວຍພອນພະນັກງານ, ນັກຮົບຮ້ານເວນຍາມຕ້ອນຮັບບຸນປີໃໝ່ປະຈຳຊາດ 2019 ດ້ວຍຄວາມເບີກບານມ່ວນຊື່ນ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບຢ່າງສູງ; ພ້ອມທັງໃສ່ໃຈວ່າໃນໄລຍະຈະມາເຖິງ, ກົມກອງຄວນສືບຕໍ່ສຸມໃສ່ປະຕິບັດໜ້າທີ່ການຝຶກແອບກຽມພ້ອມສູ້ຮົບ, ສ້າງແບບແຜນຕາມລະບຽບຫຼວງ, ຮັບປະກັນການເວນຍາມເພື່ອປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດໄວ້ຢ່າງໝັ້ນຄົງ, ແລະເປັນບ່ອນອີງຢ່າງໝັ້ນຄົງເພື່ອໃຫ້ຊາວປະມົງອອກໄປຫາປາຢູ່ທະເລ. ທ່ານພັນເອກພິເສດ ຮວິ່ງວິງຕ໊ວຽນ ແລະຜູ້ຕາງໜ້າຄະນະປະຕິບັດງານໄດ້ມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ພະນັກງານ, ນັກຮົບຮ້ານເວນຍາມ DK1/10.

leftcenterrightdel
ທ່ານພັນເອກພິເສດ ຮວິ່ງວິງຕ໊ວຽນ ມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ພະນັກງານ, ນັກຮົບຮ້ານເວນຍາມ DK1/10. ພາບ: ຈູງແທ່ງ.
leftcenterrightdel
ບັນດາສະມາຊິກໃນຄະນະປະຕິບັດງານ ແລະພະນັກງານ, ນັກຮົບຮ້ານເວນຍາມ DK1/10 ພ້ອມກັນຫໍ່ເຂົ້າຕົ້ມ. ພາບ: ຈູງແທ່ງ.

ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຮ້ອຍໂທ ຫງວຽນຮື໊ວເກື່ອງ, ແພດຢູ່ຮ້ານເວນຍາມ DK1/10, ໃຫ້ຮູ້ວ່າ: “ເຖິງວ່າຕັ້ງທັບຢູ່ທາງໄກແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ກອງທັບ ແລະປະຊາຊົນທົ່ວປະເທດ, ພະນັກງານ, ນັກຮົບຮ້ານເວນຍາມ DK1/10 ຍັງຄົງໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງຄົບຖ້ວນຄືດັ່ງໃນເຂດດິນຕໍ່ແຜ່ນ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຍົກສູງຈິດໃຈລະວັງຕົວ, ກຽມພ້ອມສູ້ຮົບເພື່ອປົກປັກຮັກອະທິປະໄຕທະເລ, ໝູ່ເກາະສັກກາລະບູຊາຂອງປະເທດໄວ້ຢ່າງໝັ້ນຄົງ”.

ໂດຍ: ເຈິ່ນຮວ່ຽນ