leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: news.zing.vn.

“ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສໍາລັບ 2 ໝູ່ເກາະຮ່ວາງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.

ດ້ວຍຖານະເປັນປະເທດສະມາຊິກສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະແມ່ນປະເທດແຄມທະເລຕາເວັນອອກ, ຫວຽດນາມຍາມໃດກໍ່ເຄົາລົບນັບຖືສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກຂອງບັນດາປະເທດ, ເໝາະສົມກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ, ໂດຍລະອຽດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບັນດາຄວາມຮຽກສິດກ່ຽວກັບທະເລ ແລະການກະທໍາທີ່ກ່ຽວຂ້ອງຂອງບັນດາປະເທດແຄມທະເລຄວນເໝາະສົມກັບກົດໝາຍສາກົນຄືດັ່ງໄດ້ສອດຄ່ອງໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ສະໜີບັນດາປະເທດສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບນັບຖື ແລະປະຕິບັດບັນດາພັນທະກົດໝາຍສາກົນທີ່ກ່ຽວຂ້ອງ, ເຄົາລົບນັບຖືກົດໝາຍໃນບັນດາເຂດທະເລ ແລະມະຫາສະໝຸດ”.

ໂດຍ: ເຈິ່ນຮວ່ຽນ