ໂດຍມີການເຂົ້າຮ່ວມຂອງບັນດານັກປາຖະກະຖາສາກົນ ແລະພາກພື້ນທີ່ມາຈາກຄະນະກໍາມະການກົດໝາຍສາກົນສະຫະປະຊາຊາດ (UN ILC), ອັງກິດ, ອົດສະຕາລີ, ຝະລັ່ງ, ຍີ່ປຸ່ນ, ມາເລເຊຍ, ຟີລິບປິນ ແລະຫວຽດນາມ, ກອງປະຊຸມສໍາມະນາສຸມໃສ່ເຂົ້າໃນສາມວາລະປຶກສາຫາລືດ້ວຍບັນດາເນື້ອໃນ: ບົດຮຽນພາກພື້ນ ແລະສາກົນກ່ຽວກັບການຂີດເສັ້ນຊາຍແດນ ແລະແກ້ໄຂການຂັດແຍ້ງກັນຢູ່ທະເລ, ບັນດານິຕິກໍາໃນການເຄື່ອນໄຫວ ແລະຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ; ຊຸກຍູ້ການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລຕາເວັນອອກ. 

leftcenterrightdel
ຜູ້ແທນເຂົ້າຮ່ວມການປຶກສາຫາລືຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງຢູ່ທະເລຕະເວັນອອກ. ພາບ: ອານບິ່ງ.

ທ່ານນາງ ປອ.ຟ້າມລານຢູງ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ແບ່ງປັນວ່າ: ກອງປະຊຸມສໍາມະນາສະແດງຈິດໃຈເປັນເຈົ້າການ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນການປົກປັກຮັກສາສັນຕິພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະກົດໝາຍສາກົນ.

ທ່ານ Craig Chittick  ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ ໃຫ້ຮູ້ວ່າ, ອົດສະຕາລີ ເຊື່ອໝັ້ນວ່າຜ່ານການແບ່ງປັນຂໍ້ມູນ, ແລກປ່ຽນຮວາມຮູ້ ແລະທັດສະນະຢູ່ກອງປະຊຸມສໍາມະນາ, ບັນດາປະເທດຕ່າງໆຈະເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ໂດຍ: ທະນາພອນ