ງານປະກວດດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບກອງບັນຊາການທະຫານຊາຍແດນ ຈັດຕັ້ງດ້ວຍຫົວຂໍ້ “60 ປີແຫ່ງທຳນອງຊາຍແດນ”. ເຂົ້າຮ່ວມມີທ່ານພົນຕີ ຮ່ວາງວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນ.

leftcenterrightdel
ລາຍການເຂົ້າຮ່ວມງານປະກວດ. ພາບ: ຮູຍອານ.

ງານປະກວດມີການເຂົ້າຮ່ວມຂອງພະນັກງານ, ນັກສະແດງຂອງ 20 ທີມໂຄສະນາວັດທະນະທຳທີ່ດີເດັ່ນໃນກອງບັນຊາການທະຫານຊາຍແດນກວ່າ 500 ຄົນ. ບັນດາລາຍການໄດ້ສຸມໃສ່ໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ຍ້ອງຍໍຊົມເຊີຍພັກ, ລຸງໂຮ່, ຄວາມຮັກບ້ານເກີດເມືອງນອນ, ຄວາມສາມັກຄີສະໜິດຕິດພັນລະຫວ່າງກອງທັບ-ປະຊາຊົນຢູ່ເຂດຊາຍແດນ; ໝາກຜົນການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ, ທະເລ ແລະໝູ່ເກາະ; ຍ້ອງຍໍທາດແທ້, ມູນເຊື້ອອັນດີງາມຂອງກອງບັນຊາການທະຫານຊາຍແດນ; ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ທູຮັ່ງ