ທີ່ການເຈລະຈາ, ບົນຈິດໃຈແຫ່ງຄວາມສາມັກຄີ, ມິດຕິພາບ, ສອງຝ່າຍໄດ້ຊີ້ແຈ້ງບັນດາຂໍ້ຈຳກັດ, ບັນຫາຍັງຄົງຄ້າງຄວນແກ້ໄຂ ແລະເຫັນດີເປັນເອກະພາບກັນບາງເນື້ອໃນປະຕິບັດໃນໄລຍະຈະມາເຖິງ.

leftcenterrightdel
ການນຳກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ລົງນາມໃນບົດບັນທຶກຊ່ວຍຈຳຄັ້ງທີ VI. ພາບ: bienphong.com.vn

ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ສົມທົບກັນໂຄສະນາໃຫ້ປະຊາຊົນຢູ່ສອງຟາກຊາຍແດນກ່ຽວກັບຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ກຳແໜ້ນສະພາບການ  ແລະການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ, ກົນອຸບາຍມ້າງເພທຳລາຍ, ແບ່ງແຍກການພົວພັນຫວຽດນາມ - ລາວ.

ຕັ້ງໜ້າໂຄສະນາ, ສຶກສາອົບຮົມໃຫ້ປະຊາຊົນສອງຝ່າຍປະຕິບັດກົດໝາຍຂອງແຕ່ລະປະເທດຢ່າງເຂັ້ມງວດ. ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຜັນຂະຫຍາຍການກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ ເພື່ອແນໃສ່ປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນເປັນຢ່າງດີ...

ທີ່ການເຈລະຈາ, ການນຳກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຄັ້ງທີ VI.

ໂດຍ: ທູຮັ່ງ