ວັນທີ 4 ຕຸລາ, ທີ່ກອງປະຊຸມຂ່າວປະຈໍາສະໄໝສະມັນຂອງກະຊວງການຕ່າງປະເທດຫວຽດນາມ,  ເມື່ອຕອບບັນດາຄໍາຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງບັນດາປະເທດດຳເນີນການຊ້ອມຮົບຍິງລູກປືນແທ້, ກຳປັ່ນຂອງທະຫານເຮືອອາເມລິກາ ດຳເນີນການລາດຕະເວນຢູ່ທະເລຕາເວັນອອກ...

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ: “ອີກຄັ້ງໜຶ່ງ, ພວກຂ້າພະເຈົ້າຢັ້ງຢືນອໍານາດອະທິປະໄຕຂອງຫວຽດນາມສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ. ດ້ວຍຖານະແມ່ນປະເທດສະມາຊິກເຂົ້າຮ່ວມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະເປັນປະເທດຕັ້ງຢູ່ແຄມທະເລຕາເວັນອອກ. ຫວຽດນາມຍາມໃດກໍເຄົາລົບສິດເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມສະເໜີບັນດາປະເທດມີການປະກອບສ່ວນຢ່າງຕັ້ງໜ້າ ແລະແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບ ແລະປະຕິບັດບັນດາກົດໝາຍສາກົນທີ່ກ່ຽວຂ້ອງ, ປະຕິບັດຕາມກົດໝາຍກ່ຽວກັບເຂດທະເລ ແລະມະຫາສະໝຸດ”.

ໂດຍ: ສົມເພັດ