leftcenterrightdel
ຮູບຖ່າຍຂອງນັກຖ່າຍຮູບ ຮ່ວາງງັອກແທັກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງໄຊຊະນະບັ້ນສູ້ຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ, ກຸ່ມນັກຂ່າວ, ນັກຖ່າຍຮູບຫວຽດນາມ 12 ຄົນ, ເຊິ່ງແມ່ນບັນດາຜູ້ທີ່ໄດ້ໄປຢ້ຽມຢາມ ເຈື່ອງຊາ ໄດ້ພ້ອມກັນຈັດຕັ້ງແນະນຳເຖິງມະຫາຊົນຮູບຖ່າຍ 120 ແຜ່ນເຊິ່ງໄດ້ຮັບການຄັດເລືອກຈາກຮູບພາບນັບຫຼາຍພັນແຜ່ນ ໂດຍບັນດານັກຖ່າຍຮູບໄດ້ຖ່າຍເອົາພາຍຫຼັງບັນດາການໄປຢ້ຽມຢາມ ເຈື່ອງຊາ. ງານວາງສະແດງ “ເຈື່ອງຊາ ຢູ່ໃນຕົວຂອງພວກເຮົາ” - ແມ່ນບ່ອນເຕົ້າໂຮມ ແລະແມ່ນຂົວເຊື່ອມຕໍ່ຄວາມຮັກກັບ ເຈື່ອງຊາ ແລະປາດຖະໜາຢາກແຜ່ຂະຫຍາຍຄວາມຮັກທະເລ, ໝູ່ເກາະອອກສູ່ວົງກວ້າງເຖິງປະຊາຄົມ. ງານວາງສະແດງຄັ້ງນີ້ຈະດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 3 – 7 ສິງຫາ.

ແປໂດຍ: ທູຮັ່ງ