leftcenterrightdel
ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໂງຕ່ວານຖັ໋ງ. ພາບ: dantri.com.vn.

ວັນທີ 5 ກໍລະກົົດ, ທີ່ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງກະຊວງການຕ່າງປະເທດ, ເມື່ອຕອບຄໍາຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ Facebook ລົງຮູບພາບແຜນທີ່ລະເມີດຢ່າງໜັກໜ່ວງເຖິງອະທິປະໄຕຂອງ ຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ, ທ່ານ ໂງຕ່ວານຖັ໋ງ ຮອງໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: “ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ມີການເຮັດວຽກກັບ Facebook ແລະ Facebook ໄດ້ດັດແກ້ຂໍ້ມູນທີ່ຜິດພາດໃນແຜນທີ່ນີ້.

ຮອງໂຄສົກກະຊວງການຕ່າງປະເທດ ເນັ້ນໜັກອີກເທື່ອໜຶ່ງວ່າ, ຫວຽດນາມ ມີພື້ນຖານນິຕິກໍາ ແລະຫຼັກຖານທາງປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອຳນາດອະທິປະໄຕສໍາລັບສອງໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ ເຊິ່ງໄດ້ກໍານົດແມ່ນເໝາະສົມກັບກົດໝາຍສາກົນ.

 

ແປໂດຍ: ເກື່ອງດັ້ງ