ທີ່ການເຈລະຈາຕາມບົດລາຍງານລວມລະຫວ່າງສອງຝ່າຍແລ້ວ: ໃນໝາກຜົນແຫ່ງການສົມທົບບັນລຸໄດ້ບັນດາໝາກຜົນສໍາຄັນປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຕາມເສັ້ນຊາຍແດນຂອງສອງປະເທດໄວ້ຢ່າງໝັ້ນຄົງ. ໃນການປະຕິບັດບັນດາສັນຍາ, ກົດລະບຽບຊາຍແດນ, ສອງຝ່າຍໄດ້ຊີ້ນໍາບັນດາກໍາລັງເພີ່ມທະວີການໂຄສະນາສຶກສາອົບຮົມ, ຂົນຂວາຍປະຊາຊົນເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ບໍ່ປູກພືດ, ຢູ່ອາໄສ, ຂ້າມຊາຍແດນຜິດກົດໝາຍ; ຮັກສາບັນດາການເຄື່ອນໄຫວຈະລາຈອນຢູ່ບັນດາດ່ານຊາຍແດນສໍາຮອງເປັນຢ່າງດີ, ຮັບປະກັນຖືກຕາມສັນຍາ, ອະນຸສັນຍາ, ກົດລະບຽບຊາຍແດນ.

ວຽກງານສົມທົບກັນປົກປັກຮັກສາຊາຍແດນໄດ້ເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນ, ຄະນະຊີ້ນໍາປັກຫຼັກໝາຍຊາຍແດນຂອງສອງແຂວງ, ເພີ່ມການປັກຫຼັກໝາຍຖີ່, ບູລະນະ 19 ຫຼັກໝາຍຊາຍແດນແຫ່ງຊາດ ແລະ 1 ຫຼັກຂີດໝາຍ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ ແລະກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄໍາມ່ວນ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: baohatinh.vn.

ທີ່ການເຈລະຈາທະຫານຊາຍແດນແຂວງ ຮ່າຕິ້ງ ແລະກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄໍາມ່ວນ ໄດ້ຈັດຕັ້ງການລົງນາມໃນບົດບັນທຶກຊ່ວຍຈໍາດ້ວຍ 7 ເນື້ອໃນ: ສົມທົບກັນໃນວຽກງານໂຄສະນາຂົນຂວາຍປະຊາຊົນປະຕິບັດບັນດາສັນຍາ, ອະນຸສັນຍາກ່ຽວກັບກົດລະບຽບເຂດຊາຍແດນ, ເສັ້ນຊາຍແດນຫຼັກໝາຍຊາຍແດນ ແລະບັນດາເອກະສານທີ່ກ່ຽວຂ້ອງເຊິ່ງລັດຖະບານສອງຝ່າຍໄດ້ຮັບການລົງນາມຢ່າງເຂັ້ມງວດ...

leftcenterrightdel
ພະແນກສືບຂ່າວ (ທະຫານຊາຍແດນແຂວງ ຮ່າຕິ້ງ) ລົງນາມໃນບົດບັນທຶກຊ່ວຍຈໍາກັບພະແນກປ້ອງກັນຄວາມສະຫງົບ (ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄໍາມ່ວນ). ພາບ: baohatinh.vn.

ກໍ່ໃນການເຈລະຈາ, ພະແນກຢາເສບຕິດ, ພະແນກສືບຂ່າວ (ທະຫານຊາຍແດນແຂວງ ຮ່າຕິ້ງ) ແລະພະແນກຕໍາຫຼວດ ແລະປ້ອງກັນຄວາມສະຫງົບ (ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄໍາມ່ວນ) ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆຢູ່ເສັ້ນຊາຍແດນລະຫວ່າງແຂວງ ຮ່າຕິ້ງ-ແຂວງ ຄໍາມ່ວນ.

 

ແປໂດຍ: ຫງວຽນກຸກ