ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ:  

leftcenterrightdel
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: news.zing.vn.

“ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະພະຍານຫຼັກຖານປະຫວັດສາດຢັ້ງຢືນອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ. ເລື່ອງ ຈີນ ດໍາເນີນບາງການເຄື່ອນໄຫວຫວ່າງມໍ່ໆມານີ້ຄື: ກໍາປັ່ນ “You Lian Tuo 9”  ດໍາເນີນການກໍ່ສ້າງຢູ່ໃຕ້ນໍ້າ; ຈັດຕັ້ງການແຂ່ງຂັນຊ່ວງເຮືອ ຍາດຂັນ Ty Nam  ຄັ້ງທີ 6 ຢູ່ເຂດໝູ່ເກາະ ຮວ່າງຊາ ຂອງຫວຽດນາມ ກໍ່ຄືເລື່ອງ ຈີນ ໃຫ້ຕິດຕັ້ງບັນດາອຸປະກອນສູ້ຮົບເອເລັກໂຕນິກໃໝ່ທີ່ກໍ່ຄື້ນລົບກວນສັນຍານເທິງຫີນ ຈື໋ເຖີບ ແລະຫີນ ແວ່ງຄັນຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ໄດ້ລ່ວງລະເມີດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ ຢ່າງຮ້າຍແຮງ; ຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນໍາການແກ້ໄຂບັນຫາຢູ່ທະເລລະຫວ່າງ ຫວຽດນາມ ແລະຈີນ, ຝືນກັບເນື້ອໃນຈິດໃຈຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ກໍ່ຄວາມສັບສົນຕໍ່ສະພາບການ ແລະໄຮ້ຜົນປະໂຫຍດໃຫ້ແກ່ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ.

ຫວຽດນາມ ສະເໜີຝ່າຍ ຈີນ ຢຸດຕິບັນດາການເຄື່ອນໄຫວດັ່ງກ່າວ, ເຄົາລົບອະທິປະໄຕຂອງ ຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ບໍ່ມີການກະທໍາເພີ່ມຄວາມເຄັ່ງຕຶງ, ເຮັດໃຫ້ສະພາບການຢູ່ພາກພື້ນສັບສົນຂຶ້ນຕື່ມ”.

 

ແປໂດຍ: ກວຽດເຕິມ