ພາຍຫຼັງການເດີນທາງມາເກືອບ 300 ກິໂລແມັດ ຈາກຮ່າໂນ້ຍ, ບວກກັບອາກາດໜາວຈັດຂອງເຂດພູສູງ, ໃຜໆກໍ່ອິດເມື່ອຍ ແລະ...ຫິວ. ເປັນເວລາກວ່າ 20 ໂມງ, ຄະນະຈຶ່ງມາເຖິງສະຖານທີ່ເຕົ້າໂຮມແມ່ນໂຮງຮຽນປະຖົມສຶກສາ ຫຼອງປຽງ. ນະທີ່ນີ້, ໄດ້ມີການສົມທົບຂອງທະຫານປ້ອງກັນຊາຍແດນ, ອຳນາດການປົກຄອງຕາແສງ, ໂຮງຮຽນ ແລະພໍ່ແມ່ປະຊາຊົນເຂດຄ້າຍໄດ້ສ້າງຕັ້ງຂຶ້ນ.

leftcenterrightdel

ທ່ານໝໍ ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນ ຕາແສງ ຫຼອງປຽງ, ເມືອງ ອຽນເຈົາ, ແຂວງ ເຊີນລາ. ພາບ: ຮວ່າງເຈື່ອງຢາງ

ຫາກໍ່ 6 ໂມງປາຍ, ພໍ່ແມ່ປະຊາຊົນຈູງມືກັນມາເພື່ອກວດ, ປິ່ນປົວພະຍາດ. ຜົວເມຍ ທ່ານ ລໍ່ວັນຫໍ້ (ອາຍຸ 60 ປີ) ຢູ່ບ້ານ ຕາບວງ ອຸ້ມຫຼານ ລໍ່ດຶກງ້ວຽນ (ອາຍຸ 3 ປີ) ມາກວດພະຍາດ. ທ່ານ ລໍ່ວັນຫໍ້ ເວົ້າວ່າ: “ມື້ນີ້, ພໍ່ແມ່ພີ່ນ້ອງຊາວບ້ານດີໃຈຫຼາຍ. ເມື່ອຮູ້ຂ່າວວ່າມີຄະນະທ່ານໝໍ ແລະທະນາຄານມາຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາ ແລະມອບຂອງຂວັນໃຫ້ປະຊາຊົນ, ສະນັ້ນໃຜໆກໍ່ກະກຽມໄປແຕ່ເຊົ້າໆ”.

ໃນບັນຍາກາດຄັບຄາໜາແໜ້ນໃນຕອນເຊົ້າ, ບັນດານັກອາສາສະໝັກ ແລະຖັນແຖວທ່ານໝໍໄດ້ຈັດຕັ້ງເປັນເຂດຢ່າງຮີບດ່ວນ: ລົງທະບຽນ, ກວດພະຍາດ, ແທກຄວາມດັນເລືອດ, ເອໂກ, ສະຫຼຸບຜົນກວດ ແລະແຈກຢາຍຢຸກຢາ. ນັບຮ້ອຍລາຍການຢາໄດ້ແຈກຢາຍໃຫ້ປະຊາຊົນ. ຈໍານວນຢານີ້ໂດຍ MB ແລະບັນດາບຸກຄົນ, ວິສາຫະກິດສະໜັບສະໜູນ. ຄຽງຂ້າງນັ້ນ, ສະມາຄົມທ່ານໝໍອາສາສະໝັກຍັງໄດ້ຈັດຕັ້ງລາຍການ “ສຶກສາເພື່ອສຸຂະພາບ” ແລະ “ປື້ມໃຫ້ນ້ອງ” ສະຫງວນໃຫ້ນັກຮຽນໂຮງຮຽນປະຖົມສຶກສາ ຫຼອງປຽງ. ນັກອາສາສະໝັກຂອງ MB, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະພັດທະນາຫວຽດນາມ (BIDV) ພ້ອມສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ແນະນໍາບັນດານ້ອງນັກຮຽນລ້າງມື, ຜັດແຂ້ວໃຫ້ຖືກວິທີເພື່ອປ້ອງກັນບັນດາພະຍາດທົ່ວໄປ.

ນອກຈາກຂອງຂວັນມອບໃຫ້ນັກຮຽນແຕ່ລະຄົນແລ້ວ, BIDV ຍັງອຸປະຖໍາເສື້ອກັນໜາວ 200 ຜືນ ແລະທຶນການສຶກສາ 20 ທຶນ ພ້ອມປຶ້ມ, ເລື່ອງປະເພດຕ່າງໆ. ພຽງແຕ່ໃນມື້ໜຶ່ງ, ພໍ່ແມ່ປະຊາຊົນເກືອບ 1.500 ເທື່ອຄົນໄດ້ມາກວດພະຍາດ, ໄດ້ແຈກຢາຍຢຸກຢາໃຫ້ໂດຍບໍ່ເສຍຄ່າ.

ທ່ານພັນຕີ ຫງວຽນວັນແຮງ, ຮອງຫົວໜ້າການເມືອງປ້ອມປ້ອງກັນຊາຍແດນ ຈ່ຽງເຕືອງ ໃຫ້ຮູ້ວ່າ, ຫຼອງປຽງ ແມ່ນຕາແສງຢູ່ຕິດຊາຍແດນ, ຖະໜົນຫົນທາງການໄປມາຫຍຸ້ງຍາກ, ຫ່າງຈາກໃຈກາງສຸກສາລາເມືອງ, ດິນຟ້າອາກາດຮ້າຍແຮງ, ພິເສດແມ່ນລະດູໜາວ. ສະນັ້ນ, ຊົນເຜົ່າສ່ວນໜ້ອຍໃນຕາແສງພຽງແຕ່ໄປມາກວດພະຍາດເປັນໜັກເທົ່ານັ້ນ. ຍ້ອນແນວນັ້ນ, ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໂດຍ MB, ສະມາຄົມທ່ານໝໍອາສາສະໝັກ ແລະຄະນະຊາວໜຸ່ມໜັງສືພິມກອງທັບປະຊາຊົນຫວຽດນາມ ສົມທົບກັນຈັດຕັ້ງໄດ້ປະກອບສ່ວນປົກປັກຮັກສາ, ເບິ່ງແຍງດູແລ, ຍົກສູງສຸຂະພາບໃຫ້ປະຊາຊົນ.

ພວກຂ້າພະເຈົ້າຂຶ້ນລົດໂອໂຕອອກຈາກຫຼອງປຽງ ເມື່ອທ້ອງຟ້າສະລຸມມືດ, ເງົາມືດປົກຄຸມໄປທົ່ວພູຜາປ່າໄມ້ເຂດຊາຍແດນ. ອາກາດຂອງເຂດພູສູງໜາວສະບັ້ນແຕ່ຈິດໃຈຂອງຄົນພັດເຕັມໄປດ້ວຍຄວາມອົບອຸ່ນຢູ່ຊາຍແດນ ອຽນເຈົາ.

 

ແປໂດຍ: ເຈິ່ນຮວ່ຽນ