ທ້າຍປີ, ກອງບັນຊາການທະຫານບັນດາແຂວງ, ນະຄອນມີວຽກເຮັດມາກມາຍກ່າຍກອງ, ສະນັ້ນຂ້າພະເຈົ້າບໍ່ຢາກລົບກວນກົມກອງ ຈຶ່ງຖາມອ້າຍເອື້ອຍນ້ອງເຮັດລາຍການ “ທົ່ວປວງຊົນປ້ອງກັນຊາດ” ເພື່ອສະດວກໃນການຕິດຕໍ່ພາຫະນະອອກໄປທ່າເຮືອໃຫ້ທັນເວລາ.

ຍັງຈື່ໄດ້ວ່າ ໃນການອອກໄປປະຕິບັດງານຢູ່ເກາະ ຫຼີ໋ເຊີນ ເພື່ອກະກຽມໃຫ້ໜັງສືພິມບຸນເຕັດ 2016, ຂ້າພະເຈົ້າ ເຮັດວຽກບໍ່ຮູ້ຄ່ຳຮູ້ມືດ, ກໍາແໜ້ນສະພາບການຢູ່ບັນດາກົມກອງ, ໂອ້ລົມກັບນັກຮົບແຕ່ລະຄົນ, ຖ່າຍຮູບ, ຈົດກ່າຍຂໍ້ມູນ, ກາງຄືນມາກໍ່ເຂົ້າ laptop . ຢູ່ເກາະ, ເລື່ອງຫຍັງກໍ່ສ້າງຄວາມດຶງດູດ, ຍ້ອນມັນມີຈຸດພິເສດສະເພາະຕ່າງຫາກ, ຈາກເລື່ອງເພີ່ມທະວີປະຈໍາການ, ກຽມພ້ອມສູ້ຮົບ, ຕະຫຼອດຮອດການເຂົ້າຮ່ວມຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ, ຄຽງບ່າຄຽງໄຫຼ່ກັບປະຊາຊົນໃນຍາມຫຍຸ້ງຍາກ ຄື: ຊ່ວຍລົບລ້າງຄອບຄົວອຶດຫິວ, ຫຼຸດຜ່ອນຄອບຄົວທຸກຍາກ, ຊ່ວຍປະຊາຊົນສ້ອມແປງເຮືອນຊານ, ເສັ້ນທາງ, ແກ່ດຶງເຮືອຂອງພໍ່ແມ່ປະຊາຊົນໄປໄວ້ບ່ອນທີ່ປອດໄພ. ສະນັ້ນ, ໃນຊຸມວັນເຕັດ, ຊາວປະມົງຈຶ່ງບໍ່ລືມໄປຢ້ຽມຢາມທະຫານ, ພ້ອມກັນພົບປະແລກປ່ຽນສິລະປະ, ແຂ່ງຂັນກິລາ, ແຂ່ງຂັນຊ່ວງເຮືອ...

leftcenterrightdel
ບັນດານັກຂ່າວປະຕິບັດງານ ຢູ່ເກາະ ຫຼີ໋ເຊີນ (ແຂວງ ກວາງຫງ້າຍ). ພາບ: ຫງອກຢຽບ

ຕ້ອນຮັບພໍ່ແມ່ປະຊາຊົນ, ບັນດາຄະນະແຂກທີ່ມາຈາກເຂດດິນຕໍ່ແຜ່ນ, ຢູ່ເກາະທີ່ມາຢ້ຽມຢາມ, ພະນັກງານ, ນັກຮົບຈັດແຈງກະກຽມປະດັບປະດາຄ້າຍ, ບາງຄົນກໍ່ກະກຽມໃບຕອງຈິງ, ເຂົ້າໜຽວ, ໝາກຖົ່ວຂຽວ, ຊີ້ນໝູເພື່ອຫໍ່ເຂົ້າຕົ້ມ, ເຂົ້າໜົມແຕດ... ໃນບັນຍາກາດທີ່ໜາວເຢັນ, ບັນດາຕົ້ນໄມ້ແຕກດອກອອກໃບ, ຢູ່ໃຕ້ຝົນຝອຍປິວສະບັດໄປສະບັດມາ, ບັນດາຄື້ນກະຈາຍໄປອ້ອມຮອບ ຂ້າພະເຈົ້າ ພ້ອມກັບບັນດານັກຮົບເມົາມົວຮ້ອງເພງດັງ ກ້ອງກັງວານໄປທົ່ວ. ແລະແລ້ວເມື່ອເຖິງຍາມອໍາລາພາຈາກ, ທັງເຈົ້າພາບ ແລະແຂກລ້ວນແຕ່ບໍ່ຢາກລາຈາກ, ຍັງອາໄລອາວອນ.

ລະດູບານໃໝ່ປີນີ້, ຍ້ອນມີເຫດຜົນສ່ວນຕົວ, ສະນັ້ນຈຶ່ງໄປຫາພະນັກງານ, ນັກຮົບຢູ່ເກາະບໍ່ໄດ້, ຂ້າພະເຈົ້າຮູ້ສຶກຢາກຈະຮ້ອງໄຫ້.

 

ແປໂດຍ: ທູຈາງ