ບັນດາລາຍການຮ້ອງເພງດ່ຽວ, ຮ້ອງຄູ່ ແລະຟ້ອນ... ດໍາເນີນຢ່າງຟົດຟື້ນມ່ວນຊື່ນ, ຈູບຈ້າວຫ້າວຫັນດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ, ບ້ານເກີດເມືອງນອນ ແລະນັກຮົບ” ໂດຍບັນດາທະຫານໜຸ່ມສະແດງຢ່າງສຸດຈິດສຸດໃຈ.

ທ່ານພັນໂທ ຫງວຽນແທງຢ໊າງ, ຮອງຫົວໜ້າການເມືອງ ເກາະ ເຊີນກາ, ໃຫ້ຮູ້ວ່າ, “ທຸກການເຄື່ອນໄຫວລວມໝູ່ລ້ວນແຕ່ທີ່ພວກຂ້າພະເຈົ້າຈັດຕັ້ງລຸ່ມຕີນອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ, ທັງເພື່ອເພີ່ມຄວາມໝາຍການສຶກສານ້ຳໃຈຮັກຊາດ, ຄວາມເຄົາລົບນັບຖືສໍາລັບອ້າຍກົກຂອງກອງທັບຫວຽດນາມຕື່ມອີກ, ທັງມີອາລົມຈິດທີ່ອົບອຸ່ນຕື່ມອີກ, ປຽບເໝືອນມີທ່ານພົນເອກ ຫວໍ້ງວຽນຢາບ ພວມເອື້ອເຟື້ອຢູ່ໃກ້ຊິດຕິດແທດກັບພວກຂ້າພະເຈົ້າ”.

leftcenterrightdel
ນັກຮົບເກາະ ເຊີນກາ ຢູ່ອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ. ພາບ: ຮວ່າງແທ່ງ

ກ່ອນໜ້ານັ້ນ, ພິທີປຸກລະດົມບຸນເຕັດປູກຕົ້ນໄມ້ຈົດຈຳບຸນຄຸນຂອງປະທານ ໂຮ່ຈິມິນ ໄປຈົນຕະຫຼອດການ, ຜູ້ບັນຊາການເກາະກໍ່ຈັດຕັ້ງຢູ່ສວນສາທາລະນະອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ ແລະຄັດເລືອກບັນດາບຸກຄົນດີເດັ່ນເຂົ້າຮ່ວມການປູກບັນດາຕົ້ນໄມ້ທໍາອິດໃນສວນສາທາລະນະ. ຕາມທ່ານພັນໂທ ຟ້າມເທ໋ເຍືອງ, ຫົວໜ້າຜູ້ບັນຊາການເກາະ ເຊີນກາ ແລ້ວ, ເກາະ ນັບມື້ນັບປົກຄຸມໄປດ້ວຍສີຂຽວຕົ້ນໄມ້ຍ້ອນວ່າໃນແຕ່ລະປີ, ກົມກອງຈັດຕັ້ງການປູກຕົ້ນໄມ້ສອງຄັ້ງ ໃນໂອກາດວັນເກີດ ລຸງໂຮ່ ແລະຕົ້ນລະດູບານໃໝ່. ນັກຮົບແຕ່ລະຄົນທີ່ກັບຄືນເຂດດິນຕໍ່ແຜ່ນລ້ວນແຕ່ປູກຕົ້ນໄມ້ໄວ້ເປັນທີ່ລະນຶກຢູ່ເກາະ. ແຕ່ເດືອນພຶດສະພາ 2016, ເມື່ອອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ ເປີດສະຫຼອງ, ກົມກອງຍັງເພີ່ມເຕີມ, ສ້ອມແປງເນື້ອທີ່ດິນ ສວນດອກໄມ້ສ້າງເປັນສວນສາທາລະນະງາມຕາຕື່ມອີກ ກວ່າ 100 m2 ເພື່ອໃຫ້ທະຫານຕ້ອນ ຮັບປີໃໝ່ຢ່າງເບີກບານມ່ວນ ຊື່ນ, ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ສິລະປະ, ການພົບປະແລກປ່ຽນຢູ່ອະນຸສາວະລີ.

ເກາະ ເຊີນກາ ຄືສວນສາທາລະນະບົນທະເລດ້ວຍຕົ້ນໄມ້ຂຽວປະເພດຕ່າງໆ,  ບັນດາຫາດຊາຍເຫຼືອງ ແລະປະກາລັງທີ່ສວຍ ງາມ... ແຕ່ງາມກວ່າທັງແມ່ນຮູບພາບນັກຮົບທະຫານເຮືອອົງອາດກ້າຫານຈົ່ງຮັກພັກດີ, ເວນຍາມໃຫ້ທະເລ, ໝູ່ເກາະ, ບ້ານເກີດເມືອງນອນ ແລະແຜ່ນດິນແມ່ແຫ່ງສັນຕິສຸກບັນດາລະດູບານໃໝ່. ສິບໂທ ຫງວຽນຈ້ອງຕວ່ານ,  ທະຫານປືນໃຫຍ່ກຸ່ມສູ້ຮົບ ເບີ 3, ບ້ານເກີດເມືອງນອນຢູ່ ບີ່ງເຢືອງ, ແບ່ງປັນວ່າ: “ເກືອບໜຶ່ງປີທີ່ປະຕິບັດງານຢູ່ເກາະ, ແຕ່ລະເທື່ອເມື່ອຄິດຮອດບ້ານ, ຄິດຮອດຍາດຕິພີ່ນ້ອງ, ຂ້າພະເຈົ້າຈະອອກມາຫຼົກຫຍ້າ, ຕັດຕົ້ນໄມ້ປະດັບໃນສວນສາທາລະນະ. ຢູ່ລຸ່ມຕີນອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ, ຂ້າພະເຈົ້າໄດ້ຮັບມານະຈິດ ແລະຕໍ່ກຳລັງແຮງຕື່ມອີກເພື່ອຕັດສິນໃຈປະຕິບັດສຳເລັດໜ້າທີ່”.

ທ່ານພັນໂທ ຟ້າມວັນທໍ້, ຫົວໜ້າການເມືອງ ເກາະ ເຊີນກາ, ແບ່ງປັນວ່າ: ສວນສາທາລະນະອະນຸສາວະລີທ່ານພົນເອກ ຫວໍ້ງວຽນຢາບ ຍາມໃດກໍ່ຂຽວສົດງົດງາມ, ສະອາດສວຍງາມຍ້ອນມີບັນດານັກຮົບບົວລະບັດຮັກສາເປັນປະຈໍາ. ບ່ອນນີ້ກາຍເປັນບ່ອນຝາກຝັງອາລົມຈິດ, ສ້າງຄວາມເຊື່ອໝັ້ນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດ ຊາດໄວ້ຢ່າງໝັ້ນຄົງ.

 

ແປໂດຍ: ເຈິ່ນຮວ່ຽນ