ໃນການໄປຄັ້ງນີ້, ຄະນະປະຕິບັດງານຈະເອົາບັນດາຂອງຂວັນຂອງທ່ານປະທານປະເທດ, ກະຊວງປ້ອງກັນປະເທດ, ກອງບັນຊາການເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 2 ແລະຂອງບັນດາທ້ອງຖິ່ນ, ອົງການມອບໃຫ້ພະນັກງານ, ນັກຮົບທີ່ປະຕິບັດງານຢູ່ໄຫຼ່ທະວີບທາງທິດໃຕ້ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ.

leftcenterrightdel
ບັນດາງ່າດອກເໝີຍແມ່ນຂອງຂວັນທີ່ບໍ່ສາມາດຂາດໄດ້ໃຫ້ຊຸມວັນປີໃໝ່ຢູ່ທະເລ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພັນເອກພິເສດ ຫງວຽນກ໋ວກວັນ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຮືອເຂດ 2 ໃຫ້ຮູ້ວ່າ: ເມື່ອປີໃໝ່ວຽນມາກອງບັນຊາການທະຫານເຂດ 2 ໄດ້ຮັບການມອບໝາຍໜ້າທີ່ຈາກເຫຼົ່າທັບເຮືອຈັດຕັ້ງບັນດາຄະນະປະຕິບັດງານເຮັດໜ້າທີ່ໄປຢ້ຽມຢາມ ແລະອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບຢູ່ບັນດາຮ້ານເວນຍາມ ແລະພະນັກງານ, ນັກຮົບພວມປະຕິບັດງານຢູ່ເມືອງ ໂກນດາວ.

leftcenterrightdel
ໃບຕອງຫໍ່ເຂົ້າຕົ້ມກໍ່ໄດ້ສົ່ງມາໃຫ້ຮ້ານເວນຍາມ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອທຽບໃສ່ກັບຊຸມປີກ່ອນນີ້, ຄຸນນະພາບສິ່ງຂອງທີ່ຈໍາເປັນໃຫ້ແກ່ການດຳລົງຊີວິດທີ່ສະໜອງໃຫ້ບັນດານັກຮົບຢູ່ຮ້ານເວນຍາມໄດ້ປັບປຸງກວ່າ, ມີດອກໄມ້ສົດຫຼາຍປະເພດ, ພິເສດແມ່ນດອກເໝີຍກໍ່ໄດ້ສົ່ງມາມອບໃຫ້ພະນັກງານ, ນັກຮົບບັນດາຮ້ານເວນຍາມ. ການປະຕິບັດງານນີ້ມີຄວາມໝາຍຫຼາຍຢ່າງ; ການມີໜ້າຂອງບັນດາສະມາຊິກໃນຄະນະປະຕິບັດງານພ້ອມກັບບັນດາຂອງຂວັນຈະແມ່ນແຫຼ່ງລະດົມກໍາລັງໃຈ, ປຸກລະດົມບັນດາພະນັກງານ, ນັກຮົບທີ່ພວມປະຕິບັດງານຢູ່ຮ້ານເວນຍາມ, ພ້ອມທັງສະແດງໃຫ້ເຫັນອາລົມຈິດຂອງປະຊາຊົນທົ່ວປະເທດປຸກລະດົມຈິດໃຈບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໄຫຼ່ທະວີບທາງທິດໃຕ້ປະເທດຊາດ.

 

ແປໂດຍ: ເກື່ອງດັ້ງ