ໄລຍະໜຶ່ງປີກວ່າທີ່ຜ່ານມາ, ໂດຍປະຕິບັດລາຍການລົງນາມສົມທົບກັນ, ກອງບັນຊາການທະຫານຊາຍແດນ, ໜັງສືພິມກອງທັບປະຊາຊົນ, ສູນກະຈາຍສຽງ-ໂທລະພາບກອງທັບ ໄດ້ຈັດຕັ້ງບັນດາລາຍການ, ເນື້ອໃນເຄື່ອນໄຫວທີ່ມີຄຸນນະພາບ, ບັນລຸປະສິດທິຜົນຢ່າງແທ້ຈິງ. ບັນດາອົງການໄດ້ຈັດຕັ້ງໃຫ້ນັກຂ່າວ 79 ຄະນະ, ດ້ວຍນັກຂ່າວກວ່າ 151 ເທື່ອຄົນລົງຕົວຈິງຢູ່ບັນດາກົມກອງທະຫານຊາຍແດນ; ໃຫ້ຂ່າວ, ບົດ, ສາລະຄະດີ, ຮູບເງົາເອກະສານ... ກ່ຽວກັບໝູ່ຄະນະ, ບຸກຄົນດີເດັ່ນກ້າວໜ້າ, ສ່ອງແສງບັນດາການເຄື່ອນໄຫວຂອງພະນັກງານ, ນັກຮົບຊາຍແດນ ແລະພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ, ທະເລ, ໝູ່ເກາະປະເທດຊາດ ເກືອບ 550 ຂ່າວ, ບົດ.

leftcenterrightdel
ບັນຍາກາດກອງປະຊຸມ. ພາບ:  ຮວ່າງຮ່າ

ໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນ ແລະສູນກະຈາຍສຽງ-ໂທລະພາບກອງທັບ ສືບຕໍ່ສົມທົບກັບຫ້ອງການເມືອງທະຫານຊາຍແດນຈັດຕັ້ງບັນດາຊຸດຝຶກອົບຮົມ, ບໍາລຸງສ້າງທັກສະ, ວິຊາການສື່ມວນຊົນໃຫ້ຖັນແຖວນັກຂ່າວ, ບັນນາທິການ, ຜູ້ຮ່ວມງານບັນດາອົງການສື່ມວນຊົນ ແລະບັນດາກົມກອງໃນກຳລັງທະຫານປ້ອງກັນຊາຍແດນ. ບັນດາອົງການ, ກົມກອງຂອງທະຫານຊາຍແດນເພີ່ມທະວີການສະໜອງຂໍ້ມູນ, ບັນດາລາຍການ, ເນື້ອໃນບັນດາເຫດການໃຫຍ່ຂອງທະຫານຊາຍແດນ ແລະສ້າງເງື່ອນໄຂສະດວກໃຫ້ພະນັກງານ, ນັກຂ່າວຂອງໜັງສືພິມກອງທັບປະຊາຊົນ, ສູນກະຈາຍສຽງ-ໂທລະພາບລົງຕົວຈິງຢູ່ບັນດາກົມກອງທະຫານຊາຍແດນ ແລະບັນດາເຂດຊາຍແດນເພື່ອເຮັດວຽກງານໂຄສະນາໃຫ້ດີ. ມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (3-3-1959/3-3-2019) ແລະ 30 ປີແຫ່ງວັນທະຫານຊາຍແດນທົ່ວປວງຊົນ(3-3-1989/3-3-2019), ກອງບັນຊາການທະຫານຊາຍແດນ, ໜັງສືພິມກອງທັບປະຊາຊົນ ແລະສູນກະຈາສຽງ-ໂທລະພາບກອງທັບຄົ້ນຄວ້າ, ກໍ່ສ້າງ, ຈັດຕັ້ງການເຄື່ອນໄຫວສັງຄົມ, ບັນດາລາຍການພົບປະແລກປ່ຽນສິລະປະກ່ຽວກັບພາລະກິດປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ເພື່ອແນໃສ່ເຊີດຊູພະນັກງານ, ປະຊາຊົນບັນດາເຜົ່າ, ພະນັກງານ, ນັກຮົບຊາຍແດນທີ່ພວມປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ທະເລ, ໝູ່ເກາະອັນສັກສິດຂອງປະເທດຊາດ..

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນໄດ້ມອບໃບຍ້ອງຍໍໃຫ້ 2 ໝູ່ຄະນະ, 4 ບຸກຄົນສັງກັດໜັງສືພິມກອງທັບປະຊາຊົນ ແລະສູນກະຈາຍສຽງ-ໂທລະພາບກອງທັບ ທີ່ໄດ້ມີຜົນງານດີເດັ່ນໃນການໂຄສະນາກ່ຽວກັບຊາຍແດນ ແລະທະຫານຊາຍແດນປີ 2016-2017.

ແປໂດຍ: ເກື່ອງດັ້ງ