ພາຍຫຼັງຂີ່ເຮືອຂ້າມທະເລເປັນເວລາກວ່າ 4 ຊົ່ວໂມງ, ຄະນະປະຕິບັດງານກອງພັນນ້ອຍ 242, ທະຫານເຂດ 3, ໄດ້ມາຮອດເກາະເຈີ່ນ. ເມື່ອແບ່ງປັນກັບບັນດາສະມາຊິກໃນຄະນະປະຕິບັດງານຢູ່ຂົວທ່າກໍາປັ່ນ, ເອື້ອຍ ຫງວຽນທິແກ໋ງ, ນາຍບ້ານເກາະເຈີ່ນ, ຕາແສງ ແທງລານ, ເມືອງ ໂກໂຕ, ແຂວງກວາງນິງ, ໃຫ້ຮູ້ວ່າ: “ອາລົມຈິດ, ຄວາມໃສ່ໃຈຊ່ວຍເຫຼືອຂອງພະນັກງານ, ນັກຮົບໃນເກາະສໍາລັບພໍ່ແມ່ປະຊາຊົນແມ່ນລໍ້າຄ່າທີ່ສຸດ”. ນີ້ແມ່ນບ່ອນອີງເພື່ອພວກຂ້າພະເຈົ້າມີຄວາມອຸ່ນອ່ຽງໃຈຕິດພັນກັບທະເລ, ເກາະ. ນັ້ນບໍ່ພຽງແຕ່ແມ່ນອາລົມຈິດຂອງສະເພາະເອື້ອຍ ແກ໋ງ ເທົ່ານັ້ນ, ຫາກຍັງແມ່ນແນວຄວາມຄິດລວມຂອງປະຊາຊົນໃນເກາະກໍ່ຄືບັນດາສະມາຊິກເຂົ້າຮ່ວມການເດີນທາງຄັ້ງນີ້. ຢູ່ເກາະແຕ່ລະແຫ່ງເມື່ອຄະນະມາຢາມ, ຍາມໃດກໍ່ມີຄວາມອົບອຸ່ນ, ຄືກຄື້ນກວ່າ, ດ້ວຍບັນດາຄໍ່າຄືນພົບປະແລກ ປ່ຽນສິລະປະໂດຍພະນັກງານ, ນັກຮົບ, ປະຊາຊົນໃນເກາະຕ່າງໆພ້ອມກັນສະແດງ.

leftcenterrightdel
ຄະນະປະຕິບັດງານຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວຊາວປະມົງ ເລວັນເຫງ້ຍ, ບ້ານເຈີ່ນ, ຕາແສງ ແທງເລີນ, ເກາະໂກໂຕ, ກວາງນິງ, ຫວຽດນາມ.ພາບ: ທູຈາງ 

ມາຢ້ຽມຢາມບັນດາເກາະຢູ່ທິດຕາເວັນອອກສ່ຽງເໜືອຄັ້ງນີ້, ພວກຂ້າພະເຈົ້າຍັງຮູ້ສຶກໄດ້ “ການປ່ຽນແປງໃໝ່” ຢ່າງແຮງຢູ່ແຫ່ງນີ້, ພິເສດແມ່ນເກາະເຈີ່ນ. ກ່ອນນີ້, ເກາະເຈີ່ນບໍ່ມີໄຟຟ້າ, ບໍ່ມີປະຊາຊົນດຳລົງຊີວິດຢູ່ທີ່ນີ້, ແຕ່ວ່າດຽວນີ້ຢູ່ທ່າມກາງທະເລທີ່ກວ້າງໃຫຍ່ໄພສານນັ້ນໄດ້ມີເຮືອນຖາວອນນັບສິບຫຼັງໄດ້ກໍ່ສ້າງເພື່ອຮອງຮັບບັນດາຄອບຄົວປະຊາຊົນມາຕັ້ງຖີ່ນຖານຄົງທີ່ຢູ່ເກາະ.

ພ້ອມກັບການພັດທະນາຂອງເກາະ ເຈີ່ນ, ດຽວນີ້ເກາະໂກໂຕ, ແທງເລີນ, ງອັກວື່ງ ກໍ່ນັບມື້ນັບມີໂສມໜ້າໃໝ່ກາຍເປັນເກາະທ່ອງທ່ຽວ, ແຕ່ລະປີຮັບຕ້ອນແຂກທ່ອງທ່ຽວມາຢາມເປັນຈໍານວນຫຼາຍ..

ທ່ານພັນໂທ  ໂງກ໋ວກບ໋າວ ເລຂາພັກ, ຫົວໜ້າການເມືອງກອງພັນນ້ອຍ 242 ຖືວ່າ. ການຮ່ວມເດີນທາງພ້ອມກັບທະຫານ ແລະປະຊາຊົນເກາະທິດຕາເວັນອອກສ່ຽງເໜືອແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເພື່ອແນໃສ່ແບ່ງປັນ ແລະປຸກລະດົມພະນັກງານ, ນັກຮົບບັນດາກໍາລັງປະກອບອາວຸດ ແລະປະຊາຊົນໃນເກາະ. ພວກຂ້າພະເຈົ້າຫວັງວ່າລາຍການນີ້ຈະປະກອບສ່ວນເພີ່ມທະວີນໍ້າໃຈຄວາມສະມັກຄີ, ສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ, ສ້າງການຫັນປ່ຽນໃນການເຄື່ອນໄຫວເພື່ອປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດທະເລຢ່າງມີໄຊທີ່ຕິດພັນກັບການປົກປັກຮັກສາອະທິິປະໄຕທະເລ, ໝູ່ເກາະໄວ້ຢ່າງໝັ້ນຄົງ . ສິ້ນສຸດການເດີນທາງໄປເກາະເຈີ່ນ, ແທງເລີນ, ໂກໂຕ ແລະງອັກວື່ງ ຢູ່ທາງທິດຕາເວັນອອກສ່ຽງເໜືອ, ໄດ້ມີຂອງຂວັນຫຼາຍຮ້ອຍພູດໄດ້ມອບໃຫ້ພະນັກງານ, ນັກຮົບ ແລະປະຊາຊົນໃນເກາະ.

ແປໂດຍ: ເກື່ອງດັ້ງ