ຕັດສິນໃຈສ້າງຊາຍແດນ ຫວຽດນາມ - ຈີນ ສັນຕິພາບ, ມິດຕະພາບ, ພ້ອມພັດທະນາຍາວນານ ແລະຍືນຍົງ

ພາຍຫຼັງອອກຈາກ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກກໍາລັງປະກອບອາວຸດ ແລະປະຊາຊົນເມືອງ Zhixian ທີ່ດ່ານຊາຍແດນ Jinshui He ໃນພິທິຕ້ອນຮັບໂດຍທ່ານພົນໂທ Fan Changlong ເປັນປະທານ. ທີ່ດ່ານຊາຍແດນ  Jinshui He, ຫົວໜ້າຄະນະຜູ້ແທນສອງທ່ານໄດ້ພ້ອມກັນເປັນສັກຂີພິຍານກໍາລັງປ້ອງກັນຊາຍແດນສອງປະເທດດໍາເນີນການລາດຕະເວນຮ່ວມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ Fan Changlong ໄປຢ້ຽມຢາມໂຮງຮຽນປະຖົມດ່ານຊາຍແດນ Jinshui He. ພາບ: ຮວ່າຮຽວ-ຢວຽນຫາຍ

ໃນຕອນເຊົ້າວັນທີ 24 ກັນຍາ, ທີ່ການພົບປະເຈລະຈາລະຫວ່າງສອງຄະນະຜູູ້ແທນ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ ເປັນຫົວໜ້າຄະນະ ແລະຄະນະຜູ້ແທນ ຈີນ ໂດຍທ່ານພົນໂທ Fan Changlong ເປັນຫົວໜ້າຄະນະ, ຢູ່ກອງບັນຊາການຊາຍແດນເມືອງ Zhixian, ແຂວງ ຢູນນານ, ສປ ຈີນ, ທັງສອງຝ່າຍລ້ວນແຕ່ໄດ້ເຫັນດີເປັນເອກະພາບນຳກັນວ່າການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 4 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ໃນຊຸມປີຜ່ານມາ, ກໍາລັງປະກອບອາວຸດເວົ້າລວມ, ກໍາລັງຊາຍແດນສອງປະເທດເວົ້າສະເພາະມີການພົວພັນສາມັກຄີ, ປະກອບສ່ວນໃຫ້ສະຖຽນລະພາບ ແລະພັດທະນາເຂດຊາຍແດນ. ບັນດາການເຄື່ອນໄຫວພົບປະແລກປ່ຽນຊາຍແດນໄດ້ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງກອງທັບ, ປະຊາຊົນສອງປະເທດ ຫວຽດນາມ-ຈີນ.

leftcenterrightdel
ທ່ານພົນໂທ Fan Changlong ເປັນປະທານພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ. ພາບ: ຮວ່າຮຽວ-ຢວຽນຫາຍ

ຫົວໜ້າສອງທ່ານຕີລາຄາບັນດາການເຄື່ອນໄຫວໃນການພົບປະແລກປ່ຽນໄດ້ຊ່ວຍຮັດແໜ້ນນໍ້າໃຈສາມັກຄີ, ສະໜິດຕິດພັນລະຫວ່າງບັນດາກົມກອງປ້ອງກັນຊາຍແດນຂອງສອງປະເທດກວ່າອີກ, ຍົກສູງຄວາມສາມາດສົມທົບກັນໃນການແກ້ໄຂບັນດາກໍລະນີລະເມີດກົດໝາຍທີ່ເກີດຂຶ້ນຢູ່ຊາຍແດນຢ່າງທັນການ. ປະຊາຊົນ ຫວຽດນາມ-ຈີນ ຢູ່ເຂດຕິດກັບຊາຍແດນມີໂອກາດພົວພັນແລກປ່ຽນ, ພົບປະ, ຮ່ວມມື, ແລກປ່ຽນບົດຮຽນໃນການທໍາມາຫາກິນ, ສ້າງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຕື່ມອີກ. ຮູບແບບການພົບປະແລກປ່ຽນນີ້ກໍ່ມີຄວາມໝາຍສໍາຄັນຍິ່ງ, ແມ່ນພື້ນຖານໂຄສະນາຍົກສູງຄວາມຮັບຮູ້ກ່ຽວກັບອະທິປະໄຕຜືນແຜ່ນດິນ; ເສີມຂະຫຍາຍກໍາລັງແຮງມະຫາຊົນໃນການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົົງເຂດຊາຍແດນຂອງແຕ່ລະປະເທດ.

ທີ່ການພົບປະເຈລະຈາ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກການທະຫານສູນກາງ ສປ ຈີນ, ກະຊວງປ້ອງກັນປະເທດ ສປ ຈີນ ແລະອໍານາດການປົກຄອງ, ປະຊາຊົນແຂວງ ຢູນນານ ໄດ້ສະຫງວນໃຫ້ຄະນະຜູ້ແທນ ຫວຽດນາມ ການຕ້ອນຮັບຢ່າງອົບອຸ່ນ, ມິດຕະພາບ, ເຕັມໄປດ້ວຍນໍ້າໃຈເພືອນມິດສະຫາຍ, ອ້າຍນ້ອງ, ຕັ້ງໜ້າສົມທົບກັນເພື່ອຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 4 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ; ການພົບປະແລກປ່ຽນຄັ້ງນີ້ມີຄຸນຄ່າທາງດ້ານຈິດໃຈຢ່າງໃຫຍ່ຫຼວງກັບກອງທັບ, ປະຊາຊົນແຂວງລາຍເຈົາ ແລະແຂວງ ຢູນນານ; ປະກອບສ່ວນຊ່ວຍປະຊາຊົນ ແລະກໍາລັງປະກອບອາວຸດສອງປະເທດມີຄວາມເຂົ້າໃຈກັນຕື່ມອີກ, ສະໜິດຕິດພັນກັນ, ມີຄວາມເຊື່ອໝັ້ນໃນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາເຂດຊາຍແດນ; ນໍ້າໃຈມິດຕະພາບລະຫວ່າງສອງປະເທດ  ຫວຽດນາມ-ຈີນ ຈະຍືນຍົງຄົງຕົວໄປຕະຫຼອດການ.

leftcenterrightdel
ສອງຄະນະຜູ້ແທນ ຫວຽດນາມ ແລະຈີນ ພົບປະເຈລະຈາ. ພາບ: ຮວ່າຮຽວ-ຢວຽນຫາຍ

ທ່ານພົນໂທ Fan Changlong ເຫັນດີເຫັນພ້ອມກັບຄໍາກ່າວປາໄສຂອງທ່ານພົນເອກ ໂງຊວນລິກ, ພ້ອມທັງເນັ້ນໜັກວ່າ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂອງທັງສອງຝ່າຍ, ການເພີ່ມທະວີສາຍພົວພັນລະຫວ່າງສອງພັກ, ສອງກອງທັບຍາມໃດກໍ່ມາຈາກກິດຈະກຳອັນໃຫຍ່ຫຼວງ. ເພື່ອການພັດທະນາ ແລະເພື່ອຜົນປະໂຫຍດລວມຂອງສອງປະເທດ. ນໍ້າໃຈມິດຕະພາບແມ່ນຊັບສົມບັດອັນລໍ້າຄ່າຂອງສອງຝ່າຍ, ໂດຍບັນດາການນໍາບັນພະບຸລຸດໄດ້ອອກແຮງເພີ່ມພູນຄູນສ້າງ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃຫ້ສົມເຫດສົມຜົນ. ສອງປະເທດໄດ້ມີມາດຕະການເພື່ອປະຕິບັດສໍາເລັດເລື່ອງຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກຜ່ານການເຈລະຈາ, ສະແດງໃຫ້ເຫັນອາດສາມາດແກ້ໄຂຄວາມບໍ່ລົງລອຍກັນເປັນຢ່າງດີ. ຕາມທ່ານພົນໂທ Fan Changlong ແລ້ວ, ການຮ່ວມມືຊາຍແດນທາງບົກຄວນເສີມຂະຫຍາຍໝາກຜົນ 4 ເທື່ອໃນການພົບປະແລກປ່ຽນຊາຍແດນ, ການປ່ຽນແປງໃໝ່ວິທີການ, ມາດຕະການພົບປະແລກປ່ຽນຢູ່ບັນດາຂັ້ນທີ່ແຕກຕ່າງກັນ, ໃຫ້ນັບມື້ນັບມີປະສິດທິຜົນກວ່າ, ກາຍເປັນການເຄື່ອນໄຫວຮ່ວມມືທີ່ພົ້ນເດັ່ນຂອງກອງທັບສອງປະເທດຄື, ພົບປະແລກປ່ຽນຂັ້ນທະຫານເຂດ, ທະຫານປ້ອງກັນຊາຍແດນ ແລະຫຼາຍຮູບການອື່ນ; ໄປຢ້ຽມຢາມທັດສະນະສຶກສາ... ຕິດແທດກັບຕົວຈິງ, ຈັດຕັ້ງຢ່າງເປັນປະຈໍາ, ສ້າງຊາຍແດນສັນຕິພາບ, ພັດທະນາ, ນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ປະຊາຊົນສອງປະເທດ.

ທັງສອງຝ່າຍຖືວ່າ, ການພົບປະແລກປ່ຽນໄດ້ຮັບຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງການນໍາຂັ້ນຕ່າງໆ, ຜ່ານນັ້ນໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະທີ່ຫາຍາກ, ສາຍພົວພັນແບບພິເສດຂອງກອງທັບສອງປະເທດ. ຜ່ານບັນດາການເຄື່ອນໄຫວຂອງກໍາລັງປະກອບອາວຸດສອງປະເທດ, ອໍານາດການປົກຄອງ ແລະປະຊາຊົນເຂດຊາຍແດນໄດ້ເພີ່ມທະວີການປະຕິບັດກົດໝາຍ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືພ້ອມກັນມີຜົນປະໂຫຍດລະຫວ່າງສອງປະເທດຕາມທິດແທດຈິງ, ປອດໃສ ແລະຍືນຍົງ. ບັນຍາກາດການພົບປະແລກປ່ຽນສາມັກຄີ, ມິດຕະພາບ, ຈິງໃຈ ແລະສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກໍາລັງກອງທັບສອງປະເທດ; ຕັດສິນໃຈສ້າງຊາຍແດນ ຫວຽດນາມ-ຈີນ ສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາໃຫ້ຍາວນານ ແລະຍືນຍົງ. ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນໄດ້ແນະນໍາບົດຮຽນຫຼາຍຢ່າງ, ສະເໜີຫຼາຍຂໍ້ລິເລີ່ມໃນການຮ່ວມມືຢ່າງແທດຈິງເພື່ອແນໃສ່ຄຸ້ມຄອງຊາຍແດນ, ຕ້ານອາດຊະຍາກໍາ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານພົນເອກ ໂງລວນລິກ ແລະທ່ານພົນໂທ Fan Changlong ກໍ່ຍ້ອງຍໍບັນດາອົງການ, ຫົວໜ່ວຍຂອງສອງກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ການເຄື່ອນໄຫວພົບປະແລກປ່ຽນຖືກຕ້ອງຕາມແຜນການຢ່າງມີປະສິດທິຜົນ; ຮັກສາສະຖຽນລະພາບຄວາມໝັ້ນຄົງຊາຍແດນ; ການລາດຕະເວນຮ່ວມ, ການເຝິກຊ້ອມຕ້ານການກໍ່ການຮ້າຍ; ສ້າງເງື່ອນໄຂສະດວກໃຫ້ບັນດາກຸ່ມຊຸມຊົນແຮກສ່ຽວ, ເປັນເຈົ້າການ ແລະແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເສັ້ນຊາຍແດນ.

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ Fan Changlong ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ.

ເພື່ອຮຸ່ນອະນາຄົດເຂົ້າໃຈ ແລະເຄົາລົບສາຍພົວພັນ ຫວຽດນາມ-ຈີນ

ກ່ອນໜ້ານັ້ນ, ຄະນະຜູ້ແທນຂັ້ນສູງສອງປະເທດໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ຖ່າຍຮູບທີ່ລະນຶກຢູ່ໂຮງຮຽນປະຖົມດ່ານຊາຍແດນ  Jinshui He, ແຂວງ ຢູນນານ, ຈີນ. ນະທີ່ນີ້, ຫົວໜ້າຄະນະສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະສະເທືອນໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງປະຊາຊົນ ແລະຄູສອນ, ນັກຮຽນຂອງໂຮງຮຽນຢູ່ກັບຕິດຊາຍແດນສອງປະເທດ. ໃນບັນດາບົດກ່າວປາໄສ, ຫົວໜ້າຄະນະສອງທ່ານໄດ້ເນັ້ນໜັກພິເສດວ່າ, ຮຸ່ນໜຸ່ມແມ່ນອະນາຄົດຂອງປະເທດຊາດ, ສຶກສາອົບຮົມເພື່ອໃຫ້ຮຸ່ນໜຸ່ມໃນອະນາຄົດມີຄວາມເຂົ້າໃຈ ແລະເຄົາລົບສາຍພົວພັນ ຫວຽດນາມ-ຈີນ ແມ່ນຄວາມຮັບຜິດຊອບລວມຂອງສອງປະເທດ.

leftcenterrightdel
ທ່ານພົນເອກ ໂງລວນລິກ ແລະທ່ານພົນໂທ Fan Changlong ທີ່ພິທີລົງນາມໃນບົດບັນທຶກ ຊ່ວຍຈໍາ. ພາບ: ຮວ່າຮຽວ-ຢວຽນຫາຍ

ທ່ານພົນເອກ ໂງຊວນລິກ ໄດ້ຕີລາຄາສູງຜົນງານຂອງໂຮງຮຽນທີ່ບັນລຸໄດ້ໃນໄລຍະຜ່ານມາ; ປາຖະໜາວ່າບັນດານ້ອງນ້ອຍນັກຮຽນສືບຕໍ່ດຸໝັ່ນຂະຫຍັນພຽນໃນການຮໍ່າຮຽນ, ຟັງຄວາມຄູສອນ, ພໍ່ແມ່, ສາມາດຮຽນເພີ່ມພາສາ ຫວຽດນາມ ແລະຊອກຮູ້ວັດທະນະທຳ ຫວຽດນາມ ຕື່ມອີກ. ນະຄອນ ລາຍເຈົາ ຫ່າງຈາກເທດສະບານເມືອງ Jinshui He ບໍ່ໄກ. ປະຊາຊົນສອງຟາກຊາຍແດນຮ່ວມກັນດຶ່ມນໍ້າໃນແມ່ນໍ້າແດງ. ທ່ານພົນເອກ ໂງຊວນລິກ ສະເໜີການນໍາ ແລະບັນດາອົງການກ່ຽວຂ້ອງຂອງສອງປະເທດສ້າງເງື່ອນໄຂສະດວກເພື່ອໃຫ້ຄູສອນ, ບັນດານ້ອງນັກຮຽນໂຮງຮຽນປະຖົມດ່ານຊາຍແດນ Jinshui He, ຈີນ ພົບປະແລກປ່ຽນກັບບັນດາຄູສອນ, ບັນດານ້ອງນັກຮຽນບັນດາໂຮງຮຽນປະຖົມຢູ່ນະຄອນ ລາຍເຈົາ, ຫວຽດນາມ. ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າຄູສອນ, ບັນດານ້ອງນັກຮຽນໂຮງຮຽນປະຖົມດ່ານຊາຍແດນ Jinshui He ຈະແມ່ນຂົວເຊື່ອມຕໍ່ມິດຕະພາບໝັ້ນຄົງຂອງປະຊາຊົນສອງປະເທດ ຫວຽດນາມ - ຈີນ; ແມ່ນປັດໄຈສໍາຄັນປະກອບສ່ວນສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພັດທະນາວັດທະນາຖາວອນ.

ຕອນທ່ຽງວັນດຽວກັນ, ທ່ານພົນໂທ Fan Changlong ໄດ້ເປັນປະທານພິທີງານລ້ຽງຕ້ອນຮັບຄະນະຜູ້ແທນຂັ້ນສູງ ຫວຽດນາມຢ່າງສົມກຽດ.

ຕອນບ່າຍວັນດຽວກັນ, ພິທີສົ່ງຄະນະຜູ້ແທນຂັ້ນສູງ ຫວຽດນາມ ກັບເມືອປະເທດໄດ້ສິ້ນສຸດລົງດ້ວຍບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 4 ປີ 2017.

 

ແປໂດຍ: ເກື່ອງດັ້ງ