leftcenterrightdel
ທ່ານພົນຈັດຕະວາ ຮິ່ງຈ໊ຽນຖັ໊ງ ມອບຊໍ່ດອກໄມ້ໃຫ້ທ່ານພົນຕີ ທອງລອຍ ສີລິວົງ. ພາບ: qdnd.vn.

ທີ່ການເຮັດວຽກ, ຕາງໜ້າໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 9, ທ່ານພົນຈັດຕະວາ ຮິ່ງຈ໊ຽນຖັ໊ງ ກ່າວຄໍາເຫັນວ່າ: “ເຖິງວ່າທະຫານເຂດ 9 ຫ່າງໄກຈາກປະເທດເພື່ອນລາວອ້າຍນ້ອງ, ແຕ່ປະຊາຊົນ, ກໍາລັງປະກອບອາວຸດທະຫານເຂດ 9 ຍັງມຸ່ງໄປສູ່ປະເທດລາວ ດ້ວຍຄວາມສັດຊື່ບໍລິສຸດ, ມິດຕະພາບແບບພິເສດ. ປີ 2017, ກອງບັນຊາການທະຫານເຂດ 9 ໄດ້ຈັດສົ່ງສອງຄະນະພະນັກງານ ໄປທັດສະນະສຶກສາ, ພົບປະແລກປ່ຽນກັບບາງກົມກອງຂຶ້ນກັບກອງທັບປະຊາຊົນລາວ; ຈັດສົ່ງຄະນະສິລະປະກອນໄປຢ້ຽມຢາມ, ສະແດງສິລະປະຮັບໃຊ້ປະຊາຊົນ ລາວ ເນື່ອງໃນເຫດການສະເຫຼີມສະຫຼອງປີສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ. ໃນໄລຍະມໍ່ໆມານີ້, ກອງບັນຊາການທະຫານເຂດ 9 ກໍ່ໄດ້ຕ້ອນຮັບຫຼາຍຄະນະພະນັກງານກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານເຂດ 9. ການຢ້ຽມຢາມຄັ້ງນີ້ຂອງທ່ານພົນຕີ ທອງລອຍ ສີລິວົງ ມີຄວາມໝາຍສໍາຄັນພິເສດ ແລະແມ່ນຄວາມເປັນກຽດອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດທະຫານເຂດ 9”.

leftcenterrightdel
ທ່ານພົນຈັດຕະວາ ຮິ່ງຈ໊ຽນຖັ໊ງ ແລະທ່ານພົນຕີ ທອງລອຍ ສີລິວົງ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.
leftcenterrightdel
ບັນຍາກາດທີ່ການປະຊຸມລະຫວ່າງສອງຝ່າຍ. ພາບ: qdnd.vn.

ທ່ານພົນຕີ ທອງລອຍ ສີລິວົງ ກໍ່ຊົມເຊີຍບັນດາຜົນງານ ເຊິ່ງກໍາລັງປະກອບອາວຸດທະຫານເຂດ 9 ບັນລຸໄດ້ໃນການກໍ່ສ້າງກໍາລັງ, ຝຶກແອບກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນຢູ່ເຂດໃຕ້ສຸດຂອງຫວຽດນາມ; ພ້ອມທັງສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືກັບທະຫານເຂດ 9 ກວ່າອີກ.

ໂດຍ: ທູຈາງ