ການແລກປ່ຽນວິຊາສະເພາະເພື່ອແນໃສ່ປະກອບຄວາມຮູ້, ແບ່ງປັນບົດຮຽນໃຫ້ກອງຊ່າງແສງຮັກສາສັນຕິພາບຫວຽດນາມ ກ່ຽວກັບການປ້ອງກັນ ແລະຕ້ານການໃຊ້ຄວາມຮຸນແຮງທາງເພດສຳພັນ, ເຊິ່ງແມ່ນເນື້ອໃນສໍາຄັນໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ປະກອບສ່ວນເຂົ້າໃນເປ້ົາໝາຍຜັນຂະຫຍາຍກອງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນປີ 2020 ສຳເລັດຜົນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີໄຂ. ພາບ: ໝີແຮ້ງ.

ການເຄື່ອນໄຫວແລກປ່ຽນວິຊາສະເພາະສຸມໃສ່ບັນດາເນື້ອໃນ ຄື: ຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບບັນດາຫຼັກການພື້ນຖານຂອງກົດໝາຍວ່າດ້ວຍມະນຸດສະທຳສາກົນ, ພິເສດແມ່ນກ່ຽວຂ້ອງເຖິງການປ້ອງກັນ ແລະຕ້ານການໃຊ້ຄວາມຮຸນແຮງທາງເພດສຳພັນ ແລະທາງເພດໃຫ້ແກ່ປະຊາຊົນ; ເຜີຍແຜ່ວິທີສະກັດກັ້ນສະພາບລັງກຽດ, ຈໍາແນກການປະພຶດຕໍ່ຜູ້ຖືກທາລຸນ, ວິທີໜູນຊ່ວຍຜູ້ປະສົບເຄາະຮ້າຍເຊື່ອມຕົວເຂົ້າກັບສັງຄົມ; ຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບກົດໝາຍສາກົນທີ່ກ່ຽວຂ້ອງເຖິງສິດຂອງມະນຸດ, ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະຄໍາແນະນໍາສາກົນກ່ຽວກັບການປົກປ້ອງປະຊາຊົນ, ສຸມໃສ່ເຂົ້າເປົ້າໝາຍແມ່ນແມ່ຍິງ, ເດັກນ້ອຍ.

ໂດຍ: ທູຈາງ