ທ່ານພັນເອກພິເສດ ເລແອງຕ໋ວນ, ຫົວໜ້າການທະຫານກອງພົນທີ 9 ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະນາຍທະຫານໜຸ່ມອິນເດຍ ມາຢ້ຽມຢາມ, ພົບປະແລກປ່ຽນ; ພ້ອມທັງກ່າວໂດຍຫຍໍ້ກ່ຽວກັບປະຫວັດແຫ່ງການພົວພັນອັນດີງາມລະຫວ່າງສອງປະເທດ ແລະມູນເຊື້ອແຫ່ງການສ້າງສາ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງພົນທີ 9.

leftcenterrightdel
ຜູ້ຕາງໜ້າກອງພົນທີ 9 ມອບດອກໄມ້ໃຫ້ບັນດານາຍທະຫານໜຸ່ມອິນເດຍ. ພາບ: qdnd.vn.
leftcenterrightdel
ນາຍທະຫານໜຸ່ມອິນເດຍ ຢ້ຽມຊົມຄ້າຍທະຫານຂອງກອງພົນທີ 9. ພາບ: qdnd.vn.

ທີ່ການຕ້ອນຮັບ, ຮ້ອຍເອກ Mukesh Kurmar ຫົວໜ້າຄະນະນາຍທະຫານໜຸ່ມອິນເດຍ ສະແດງຄວາມເຄົາລົບນັບຖືຕໍ່ບັນດາວິລະກໍາຂອງກອງພົນທີ 9 ໃນສະໄໝຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ ແລະຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຈິງໃຈຂອງພະນັກງານ, ນັກຮົບກອງພົນທີ 9.

leftcenterrightdel
ນາຍທະຫານໜຸ່ມອິນເດຍ ຢ້ຽມຢາມຫໍພັກຂອງນັກຮົບກອງພົນທີ 9. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້ານາຍທະຫານໜຸ່ມອິນເດຍ ຂຽນໃສ່ປື້ມມູນເຊື້ອຂອງກອງພົນທີ 9. ພາບ: qdnd.vn

ໃນໄລຍະຈະມາເຖິງ, ຄະນະຈະຕັ້ງໜ້າໂຄສະນາເຜີຍແຜ່ກ່ຽວກັບມູນເຊື້ອກອງທັບປະຊາຊົນຫວຽດນາມໃຫ້ແກ່ນາຍທະຫານໜຸ່ມອິນເດຍ, ພ້ອມທັງເປັນເສນາທິການເພື່ອໃຫ້ອົງການທີ່ກ່ຽວຂ້ອງ, ກະຊວງປ້ອງກັນປະເທດອິນເດຍ ເພີ່ມທະວີການຮ່ວມມື, ພົບປະແລກປ່ຽນນາຍທະຫານໜຸ່ມຂອງກອງທັບສອງປະເທດ, ປະກອບສ່ວນສືບຕໍ່ຊຸກຍູ້ການພົວພັນອັນດີງາມລະຫວ່າງສອງກອງທັບ ແລະສອງລັດຫວຽດນາມ - ອິນເດຍ ກວ່າອີກ.

ໂດຍ: ໄຊຊະນະ