ກອງປະຊຸມຄັ້ງນີ້ໄດ້ດໍາເນີນການຕີລາຄາກ່ຽວກັບວຽກງານກະກຽມໃຫ້ກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສະເໜີຄໍາເຫັນເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດໃນວິວັດທະນາການນີ້.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຮຽກຮ້ອງປະຕິບັດວຽກງານກະກຽມໃຫ້ສຳເລັດໃນເດືອນເມສາ 2020. ສະຫາຍ ກໍ່ຊີ້ນໍາກົມຮັກສາສັນຕິພາບ ສປຊ ຫວຽດນາມ ແລະບັນດາກົມກອງທີ່ກ່ຽວຂ້ອງກະກຽມຈັດຕັ້ງພິທີສະເໜີຕົວກອງທະຫານຊ່າງແສງ, ສຸມໃສ່ ແລະຝຶກແອບກໍາລັງຄາດຄະເນໃນເດືອນ ມິຖຸນາ 2019.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ເປັນປະທານກອງປະຊຸມຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ພາບ: ໝີ້ແຮ້ງ.

ຕາມທ່ານພັນເອກພິເສດ ຮ່ວາງກິມຟຸງ, ຫົວໜ້າກົມຮັກສາສັນຕິພາບ ສປຊ ຫວຽດນາມ ແລ້ວ, ປັດຈຸບັນລະບຽບການຈົດທະບຽນກໍາລັງຄວາມສາມາດໃຫ້ກອງທະຫານຊ່າງແສງຫວຽດນາມ ເຂົ້າໃນລະບົບ PCRS (ລະບົບກຽມພ້ອມກໍາລັງຄວາມສາມາດ) ຂອງ ສປຊ ໄດ້ສໍາເລັດແລ້ວ. ຕາມນັ້ນແລ້ວ, ພະນັກງານບັນຈຸຂອງກອງທະຫານຊ່າງແສງ ຄາດຄະເນຈະມີ 268 ຄົນ ພ້ອມກັບບັນຊີລາຍຊື່ເຄື່ອງອຸປະກອນ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ມອບໝາຍໜ້າທີ່ໃຫ້ກອງບັນຊາການທະຫານຊ່າງແສງ ຮັບຜິດຊອບກ່ຽວກັບສະຖານທີ່່ເຕົ້າໂຮມ ແລະຝຶກແອບກອງທະຫານຊ່າງແສງ; ກົມຮັກສາສັນຕິພາບ ສປຊ ຫວຽດນາມ ຮັບຜິດຊອບກ່ຽວກັບຄູອາຈານ ແລະການສິດສອນ; ກົມພົວພັນຕ່າງປະເທດ ຈັດຕັ້ງການສໍາຫຼວດວິຊາສະເພາະໃຫ້ແກ່ກໍາລັງຊ່າງແສງ ຢູ່ບໍລິເວນຊູດັງໃຕ້, ສະເໜີຝ່າຍ ສ.ເກົາຫຼີ, ຝະລັ່ງ, ອັງກິດ ຮັບເອົາບາງຕໍາແໜ່ງຂອງກອງທະຫານຊ່າງແສງຫວຽດນາມ ເມື່ອມາຝຶກອົບຮົມດ້ານວິຊາສະເພາະ; ມອບໝາຍໃຫ້ກົມການເງິນ ແລະກົມຮັກສາສັນຕິພາບ ສປຊ ຫວຽດນາມ ສັງລວມ, ກະກຽມຍື່ນສະເໜີງົບປະມານໃນການຈັດຊື້ອຸປະກອນ, ພະລາທິການ ດ້ານເຕັກນິກ, ຝຶກແອບການຜັນຂະຫຍາຍກ່ອນ ແລະຂົນສົ່ງ, ຜັນຂະຫຍາຍຢູ່ບໍລິເວນ.

ໂດຍ: ທູຈາງ