ນະທີ່ນີ້, ຄະນະປະຕິບັດງານໄດ້ກວດກາ, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານ, ນັກຮົບປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ ຂຶ້ນກັບທະຫານຊາຍແດນແຂວງເງະອານ ແລະກໍາລັງທະຫານຊາຍແດນຂຶ້ນກັບກອງຮ້ອຍ 217, ກອງບັນຊາການທະຫານແຂວງຫົວພັນ, ປະເທດລາວ.

leftcenterrightdel
ທ່ານພັນເອກ ຮວ່າງງອັກລີງ ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ. ພາບ: baonghean.vn

ເຖິງວ່າຕັ້ງທັບຢູ່ເຂດຫ່າງໄກສອກຫຼີກກໍ່ຕາມ, ແຕ່ພະນັກງານ, ນັກຮົບຂອງຄ້າຍທະຫານ ຍາມໃດກໍ່ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປົກປັກຮັກສາອໍານາດອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ມອບຂອງຂວັນດ້ວຍມູນຄ່າ 11 ລ້ານດ່ົງໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງເຂດຕິດກັບຊາຍແດນຫວຽດນາມ-ລາວ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກໍໄດ້ມອບຂອງຂວັນບຸນເຕັດຈໍານວນ 114 ພູດ ດ້ວຍມູນຄ່າ 57 ລ້ານດົ່ງໃຫ້ແກ່ປະຊາຊົນເມືອງກີ່ເຊີນ ແລະເມືອງເຕືອງເຢືອງ.

ໂດຍ: ທູຈາງ