leftcenterrightdel
ຄ້າຍທະຫານຊາຍແດນ ເຍິມ, ທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກອງບັນຊາການທະຫານແຂວງເຊກອງ ດຳເນີນການລາດຕະເວນຢູ່ຫຼັກໝາຍຊາຍແດນທີ 651. ພາບ: ຫວໍຕ໊ຽນ.

ທ່ານພັນຕີ ຫງວຽນແທັ່ງຈ້ອງ, ຮອງຫົວໜ້າຄ້າຍທະຫານຊາຍແດນ ເຍິມ ໃຫ້ຮູ້ວ່າ, ນີ້ແມ່ນການເຄື່ອນໄຫວທີ່ກົມກອງໄດ້ສົມທົບກັບກຳລັງຂອງກົມກອງເພື່ອນຢ່າງເປັນປະຈຳ ແນໃສ່ແກ້ໄຂບັນດາກໍລະນີລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເສັ້ນຊາຍແດນ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນຮ່ວມ, ຮັກສາຄວາມໝ້ັນຄົງ, ຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ. ຜ່ານນັ້ນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ສັນຕິພາບ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງບັນດາກຳລັງປ້ອງກັນຊາຍແດນຕື່ມອີກ.

leftcenterrightdel
ຄ້າຍທະຫານຊາຍແດນ ເຍິມ ມອບຂອງຂວັນທີ່ລະນຶກໃຫ້ແກ່ກອງຮ້ອຍທະຫານຊາຍແດນ 531 ທີ່ການພົບປະເຈລະຈາ. ພາບ: ຫວໍຕ໊ຽນ.

ສິ້ນສຸດການລາດຕະເວນສອງຝ່າຍຄັ້ງນີ້, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງປະຊາຊົນຢູ່ເຂດຊາຍແດນ, ເພີ່ມທະວີການສົມທົບກັນປ້ອງກັນຊາຍແດນຮ່ວມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຕອນຊາຍແດນທີ່ສອງຝ່າຍຮັບຜິດຊອບຄຸ້ມຄອງ. ສອງຝ່າຍກໍ່ໄດ້ເຊັນບົດບັນທຶກຮ່ວມ ແລະມອບຮັບວຽກງານເປັນເຈົ້າການໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ.

ໂດຍ: ແສງເດືອນ