ຢູ່ທີ່ນີ້, ທ່ານພົນໂທ Mean Va ຕີລາຄາສູງໝາກຜົນແຫ່ງການຮ່ວມມືຊ່ວຍເຫຼືອໃນການບໍາລຸງສ້າງພະນັກງານຂອງວິທະຍາຄານທະຫານເຮືອຫວຽດນາມ ສໍາລັບທະຫານເຮືອລາດຊະວົງກໍາປູເຈຍ, ກໍ່ຄືຊົມເຊີຍບັນດາຜົນງານ ເຊິ່ງໂຮງຮຽນບັນລຸໄດ້ໃນພາລະກິດສຶກສາ-ບໍາລຸງສ້າງ ແລະກໍ່ສ້າງວິທະຍາຄານເປັນກໍາລັງຫຼວງ, ທັນສະໄໝ. ທ່ານພົນໂທ Mean Va ສະແດງວ່າ: ເລື່ອງຮັບເອົາ, ບໍາລຸງສ້າງນາຍທະຫານເຮືອລາດຊະວົງກໍາປູເຈຍຊຸດຕ່າງໆ; ຈັດສົ່ງພະນັກງານ, ນາຍທະຫານມາຊ່ວຍເຫຼືອທະຫານເຮືອກໍາປູເຈຍ, ສ້າງຫຼັກສູດການຮໍ່າຮຽນ, ວິວັດທະນາການບໍາລຸງສ້າງໃຫ້ແກ່ໂຮງຮຽນຝຶກແອບທະຫານເຮືອກໍາປູເຈຍ... ຂອງທະຫານເຮືອຫວຽດນາມ ໃນໄລຍະຜ່ານມາໄດ້ປະກອບສ່ວນເພີ່ມທະວີມູນເຊື້ອອັນລໍ້າຄ່າລະຫວ່າງສອງປະເທດ ຫວຽດນາມ-ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ພາຍຫຼັງການເຮັດວຽກກັບຄະນະອໍານວຍການວິທະຍາຄານ, ຄະນະໄດ້ໄປຢ້ຽມຢາມບັນດານັກສໍາມະນາກອນກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ວິທະຍາຄານທະຫານເຮືອຫວຽດນາມ.

ໂດຍ: ທູຈາງ