ຊຸດຮຽນພາສາລາວຢູ່ເຂດຊາຍແດນດ່ານສາກົນນ້ຳກັ໊ນ ແມ່ນໜຶ່ງໃນສາມຊຸດຮຽນໂດຍຄະນະກຳມະການປະຊາຊົນແຂວງເງະອານ ຈັດຕັ້ງ, ໄດ້ໄຂຊຸດຮຽນມາແຕ່ເດືອນກໍລະກົດ 2018, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 58 ຄົນ. ຊຸດຮຽນໄດ້ດໍາເນີນໃນເວລາ 5 ເດືອນ, ອາຈານແມ່ນ ນາຍແປພາສາລາວຂອງຄ້າຍທະຫານຊາຍແດນດ່ານສາກົນນ້ຳກັ໊ນ ສິດສອນ.

leftcenterrightdel
ນັກສຳມະນາກອນເຮັດບົດເສັງ. ພາບ: ຮຸ່ງຟອງ.

ຊຸດຮຽນໄດ້ຈັດຕັ້ງເພື່ອແນໃສ່ຍົກສູງລະດັບຄວາມຮູ້, ການທັກທາຍ, ພົວພັນແລກປ່ຽນດ້ວຍພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນຢູ່ເຂດຊາຍແດນ, ປະກອບສ່ວນປະຕິບັດວຽກງານຖະແຫຼງຂ່າວການຕ່າງປະເທດຂອງທ້ອງຖິ່ນ, ກົມກອງ, ກໍ່ສ້າງ, ປັບປຸງສາຍພົວພັນຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງທ້ອງຖິ່ນກັບບັນດາແຂວງຂອງປະເທດເພື່ອນມິດລາວທີ່ມີເສັ້ນຊາຍແດນຮ່ວມເວົ້າສະເພາະ.

ໂດຍ: ວຽງຄຳ